24/04/2023

ໃນວັນທີ 11 ເມສາ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍ, ຄວາມສໍາຄັນຢ່າງເລີກເຊິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກ-ຄະນະນຳ, ບັນດາອະດີດການນຳ ແລະ ບັນດາພະນັກງານ-ລັດຖະກອນທົ່ວກະຊວງເຂົ້າຮ່ວມ.
ການບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ກໍເພື່ອເປັນການຮັກສາມູນເຊື້ອ ວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ເຄີຍປະຕິບັດກັນມາແຕ່ ບູຮານນະການ ເປັນຕົ້ນແມ່ນປະຕິບັດຕາມຮີດສິບສອງຄອງສິບສີ່ ແລະ ທັງເປັນການເສີມສ້າງ ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ-ລັດຖະກອນທົ່ວກະຊວງໃຫ້ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.
ໂອກາດດັ່ງກ່າວ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວຄໍາອວຍພອນໄຊອັນປະເສີດ ໃຫ້ແກ່ຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນທົ່ວກະຊວງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດ ໃນໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ເປັນກ້າວໆ.
ພາຍຫຼັງສຳເລັດການບາສີສູ່ຂວັນແລ້ວ ຍັງໄດ້ມີການຫົດສົງ ອວຍພອນ ຄະນະພັກ-ຄະນະນຳ, ອະດີດການນຳ ແລະ ມອບກະຕ່າອວຍພອນເຊິ່ງກັນ ແລະ ກັນ.