ກຕສ ສ້າງຂະບວນການອອກແຮງງານ ອະນາໄມລວມຂໍ່ານັບຮັບຕ້ອນວັນກໍາມະກອນສາກົນ

27/04/2023

ກຕສ ສ້າງຂະບວນການອອກແຮງງານ ອະນາໄມລວມຂໍ່ານັບຮັບຕ້ອນວັນກໍາມະກອນສາກົນ

        ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນກໍາມະກອນສາກົນ ຄົບຮອບ 137 ປີ (01 ພຶດສະພາ 1886- 01 ພຶດສະພາ 2023) ໃຫ້ມີຂະບວນກວ້າງຂວາງ ແລະ ຟົດຟື້ນ, ​ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂະບວນການອອກແຮງງານອະນາໄມລວມອ້ອມແອ້ມສໍານັກງານ ຂຶ້ນໃນຕອນແລງຂອງວັນທີ 21 ເມສາ 2023 ທີ່ຜ່ານມານີ້, ໂດຍການນໍາພາຂອງ ສະຫາຍ ສຸດໃຈ ພິມມະສີ ປະທານສະຫະພັນກໍາມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຄະນະບໍລິຫານງານ, ​ສະຫະພັນ/ຮາກຖານ ພ້ອມດ້ວຍ ສະມາຊິກກໍາມະບານ ພາຍໃນກະຊວງ ອອກແຮງງານຕາມສໍານັກງານທີ່ຕົນປະຈໍາຢູ່ຢ່າງພ້ອມພຽງ.

        ການສ້າງຂະບວນການອອກແຮງງານອະນາໄມລວມໃນຄັ້ງນີ້ ກໍເພື່ອສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນອັນຍິ່ງໃຫຍ່ສຳລັບກຳມະກອນລາວ ແລະ ຊາວຜູ້ອອກແຮງງານລາວ. ພ້ອມນັ້ນ, ກໍເປັນການສ້າງຄວາມສະອາດຈົບງາມໃນສະຖານທີ່ອ້ອມແອ້ມສໍານັກງານອີກດ້ວຍ.

           ບົດຂ່າວ ແລະ ຮູບພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ