ສຳມະນາສົ່ງເສີມທຸລະກິດໃໝ່ຂະໜາດນ້ອຍ ແລະ ຂະໜາດກາງ ໂດຍການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

28/04/2023

ສຳມະນາສົ່ງເສີມທຸລະກິດໃໝ່ຂະໜາດນ້ອຍ ແລະ ຂະໜາດກາງ ໂດຍການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

ວັນທີ 27 ເມສາ 2023, ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ຮ່ວມກັບ ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ ຈັດກອງປະຊຸມສໍາມະນາໃນຫົວຂໍ້: “ສົ່ງເສີມຫົວໜ່ວຍທຸລະກິດໃໝ່ຂະໜາດນ້ອຍ, ກາງ ໂດຍປະຍຸກໃຊ້ເຕັກໂນໂລຊີິດິຈິຕ໋ອນ ເຂົ້າໃນການສ້າງເສດຖະກິດດິຈິຕ໋ອນຂອງ ສປປ ລາວ” ທີ່ໂຮງແຮມ ຄິວບີສ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີ ດິຈິຕ໋ອນ, ມີຄະນະຜູ້ແທນຈາກ ສະມາຄົມສົ່ງເສີມສວນອຸທິຍານເຕັກໂນໂລຊີ ສ. ເກົາຫຼີ (KTPA), ຜູ້ເຂົ້າຮ່ວມຈາກ ກົມ, ສະຖາບັນ, ສູນ ພາຍໃນ ກຕສ, ກະຊວງອ້ອມຂ້າງ, ບັນດາພາກສ່ວນບໍລິສັດ, ຫົວໜ່ວຍທຸລະກິດສະຕາດອັບ, ອາຈານ ແລະ ນັກສຶກສາຈາກພາກວິຊາໄອທີ (ຄວສ) ທັງໝົດຈຳນວນ 70 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້, ກໍເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການສ້າງເສດຖະກິດດິຈິຕ໋ອນຂອງ ສປປ ລາວ ແລະ ທິດທາງການເຂົ້າເຖິງທຸລະກິດຢູ່ ສ.ເກົາຫຼີ. ພ້ອມດຽວກັນນັ້ນ, ເປັນໂອກາດທີ່ມີຄວາມໝາຍເພື່ອໃຫ້ບັນດາຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ໄດ້ເຂົ້າໃຈຕື່ມອີກກ່ຽວກັບການສົ່ງເສີມວຽກງານເຕັກໂນໂລຊີດິຈິຕ໋ອນ ຢູ່ ສປປ ລາວ ໄດ້ມີການແລກປ່ຽນສົນທະນາປຶກສາຫາລືກັບຜູ້ຊ່ຽວຊານ ກ່ຽວກັບເຕັກນິກ ຫຼື ປະສົບການຂອງ ສ.ເກົາຫຼີ ເພື່ອເປັນແນວທາງ ຫຼື ແນວຄວາມຄິດໃນການພັດທະນາອົງກອນ ແລະ ທັງເປັນການຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດໃໝ່, ທຸລະກິດຂະໜາດນ້ອຍ ແລະ ກາງ ໃນການປະຍຸກໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ປັດຈຸບັນໂລກຂອງພວກເຮົາພວມກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼື ພວກເຮົາເຄຍເອີ້ນຫຍໍ້ນຳກັນວ່າຍຸກອຸດສາຫະກຳ 4.0. ການປະຕິວັດອຸດສາຫະກຳຄັ້ງນີ້ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໂລກ ຊຶ່ງບໍ່ມີປະເທດໃດຈະສາມາດຫຼີກລ່ຽງໄດ້ ໃນນັ້ນນັບທັງ ສປປ ລາວ ຂອງພວກເຮົາ ກໍພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຂອງອຸດສາຫະກຳ 4.0 ດັ່ງກ່າວ ຊຶ່ງເປັນຍຸກແຫ່ງການນຳໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ຂອງທຸກຂະແໜງການທັງພາກລັດ ແລະ ເອກະຊົນ ລວມທັງການຄ້າຂາຍ ແລະ ການຕິດຕໍ່ສື່ສານໃນຊີວິດປະຈຳວັນ ເປັນຕົ້ນ: ການຄ້າເອເລັກໂຕຣນິກ (E-Commerce), ການຮຽນທາງເອເລັກໂຕຣນິກ (E-Learning), ການປະຊຸມອອນລາຍ (Online meeting), ການຂົນສົ່ງ (Logistic), ການຊຳລະຕ່າງໆ ເປັນຍຸກແຫ່ງການເຊື່ອມໂຍງສັບພະສິ່ງຕ່າງໆດ້ວຍເຕັກໂນໂລຊີດິຈິຕ໋ອນ ແລະ ອິນເຕີເນັດ ຫຼື ເອີ້ນວ່າ ອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງຂໍ້ມູນມະຫາສານ (Big Data), Block chain, ປັນຍາປະດິດ(AI), ຫຸ່ນຍົນ ແລະ ອື່ນໆອີກດ້ວຍ. ຍ້ອນເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດິຈິຕ໋ອນ ພັກ-ລັດຖະບານ ຈຶ່ງມີມະຕິເຫັນດີຮັບຮອງເອົາ ແຜນພັດທະນາເສດຖະກິດດິຈິຕ໋ອນ 5 ປີ ຂອງ ສປປ ລາວ (2021-2025) ເພື່ອເປັນທິດທາງໃນການຫັນປະເທດເປັນທັນສະໄໝ.

ພາຍໃນກອງປະຊຸມສໍາມະນາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບໂຄງການສ້າງສວນອຸທິຍານດິຈິຕ໋ອນ ແລະ ລາຍງານຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2022 ທີ່ຜ່ານມາ, ການນຳສະເໜີກ່ຽວກັບເຕັກໂນໂລຊີກຸ່ມຂໍ້ຜູກພັນ (Block chain), ລະບົບນິເວດຂອງທຸລະກິດລິເລີ່ມ (start up) ແລະ ກໍລະນີຕົວຢ່າງໃນ ສ. ເກົາຫຼີ ແລະ ທິດທາງແຜນການເຂົ້າເຖິງທຸລະກິດຢູ່ ສ.ເກົາຫຼີ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາກ່ຽວກັບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ຊຶ່ງຜູ້ເຂົ້າຮ່ວມສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງກ່ຽວກັບທິດທາງແຜນການພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ແລະ ໄດ້ປຶກສາຫາລືແລກປ່ຽນກ່ຽວກັບການຂະຫຍາຍທຸລະກິດສູ່ຕະຫຼາດຕ່າງປະເທດ ໂດຍສະເພາະຢູ່ ສ.ເກົາຫຼີ ເພື່ອເປັນແນວທາງ ຫຼື ແນວຄວາມຄິດການຮ່ວມໃນອະນາຄົດ.

ຂ່າວໂດຍ: ກົມເຕັກໂນໂລຊີດິຈິຕ໋ອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ