28/04/2023

ໃນຕອນບ່າຍຂອງວັນທີ 27 ເມສາ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຂອງ 5 ໜ່ວຍພັກ ພາຍໃນອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບມີ: ໜ່ວຍພັກ ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ ແລະ ການເງິນ, ກົມໄປສະນີ ແລະ ສູນບໍລິຫານລັດດິຈິຕອນ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ຊຶ່ງມີຄະນະພັກກະຊວງ, ເລຂາ, ຮອງເລຂາ ຄະນະພັກຮາກຖານ/ໜ່ວຍພັກ ຈາກບັນດາກົມ/ທຽບເທົ່າ, ມີຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກຂອງກົມກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ບັນດາສະຫາຍເລຂາ/ຮອງເລຂາໜ່ວຍພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍ ການອະນຸມັດໃຫ້ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 04 ສະຫາຍ ແລະ ມະຕິຕົກລົງ ວ່າດ້ວຍ ການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈໍານວນ 08 ສະຫາຍ. ຊຶ່ງພວກກ່ຽວແມ່ນລ້ວນແລ້ວແຕ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ທົດສອບໃນຂະບວນການວຽກງານຕົວຈິງ, ມີຜົນງານດີເດັ່ນ, ໄດ້ຮັບຄວາມເຊື່ອຖື, ໄວ້ວາງໃຈຈາກການຈັດຕັ້ງ ແລະ ມະຫາຊົນ ເປັນຢ່າງດີ.
ໂອກາດດຽວກັນນີ້, ສະຫາຍປະທານພິທີ ຍັງໄດ້ໃຫ້ກຽດມອບມະຕິຕົກລົງ ແລະ ປື້ມກົດລະບຽບພັກ ໃຫ້ສະມາຊິກພັກໃໝ່ ແລະ ສະມາຊິພັກສົມບູນ ພ້ອມທັງໂອ້ລົມ ແລະ ກ່າວສະແດງຄວາມຍິນດີ, ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ເຂົ້າເປັນສະມາຊິກພັກໃໝ່ ແລະ ຜູ້ທີ່ໄດ້ເລື່ອນເປັນສະມາຊິກພັກສົມບູນ. ສະຫາຍຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ວາງອອກຢ່າງເຂັ້ມງວດ, ມີຄວາມກະຕື້ລື້ລົ້ນ, ຫ້າວຫັນ ເອົາໃຈໃສ່ຕໍ່ພາລະບົດບາດ ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດ ແລະ ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ກໍຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສໍາເລັດດີຂຶ້ນເລື້ອຍໆ.
ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ