04/05/2023

ໃນຕອນເຊົ້າວັນທີ 01 ພຶດສະພາ 2023 ທີ່ຜ່ານມາ, ທີ່ສວນປະຕູໄຊ, ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຳນວນ 150 ສະຫາຍ ໄດ້ເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮ່ວມ 137 ປີ ຊຶ້ງຈັດໂດຍສູນກາງສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າ ແລະ ອຸດ ສາຫະກໍາແຫ່ງຊາດ ເປັນກຽດຮ່ວມມີພະນະທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ປະທານສູນກາງສະຫະພັນກໍາມະບານລາວ, ທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ສະມາຊິກກໍາມະບານຈາກພາກສ່ວນຕ່າງໆ ແລະ ມວນຊົນທົ່ວໄປເຂົ້າຮ່ວມກິດຈະກຳຄັ້ງນີ້ຫຼາຍກວ່າ 9 ພັນຄົນ.
ການຈັດກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ຊຶ່ງເປັນການລະນຶກເຖິງວັນກຳມະກອນດັ່ງກ່າວ ເພື່ອສ້າງຂັວນ ແລະ ກໍາລັງແຮງໃຈໃຫ້ແກ່ບັນດາຊາວຜູ້ອອກແຮງງານ ໄດ້ປະກອບສ່ວນສໍາຄັນ ໃນການສືບຕໍ່ພັດທະນາ ແລະ ສ້າງສາປະເທດຊາດ.
ຂຽນຂ່າວ: ພຸດດາວອນ