ສໍາມະນາແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ຢູ່ ແຂວງ ຄໍາມ່ວນ

04/05/2023

ສໍາມະນາແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ຢູ່ ແຂວງ ຄໍາມ່ວນ

ເພື່ອສືບຕໍ່ຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ລົງສູ່ທ້ອງຖິ່ນໃຫ້ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ. ໃນຕອນເຊົ້າຂອງວັນທີ 04 ພຶດສະພາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ແຂວງ ຄໍາມ່ວນ ໄດ້ຈັດກອງປະຊຸມສໍາມະນາແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ຂຶ້ນ ທີ່ສະໂມສອນແຂວງ ຄໍາມ່ວນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຄໍາມ່ວນ, ຊຶ່ງມີຫົວໜ້າຫ້ອງການ, ກົມ/ທຽບເທົ່າ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາການນໍາຂອງແຂວງ, ພະແນກການອ້ອມຂ້າງແຂວງ, ປກສ-ປກຊ, ນັກຮຽນທິດສະດີການເມືອງ-ການປົກຄອງ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງເຂົ້າຮ່ວມ 200 ກວ່າທ່ານ.

ກອງປະຊຸມສໍາມະນາຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ເປັນກຽດຮັບຟັງການຂຶ້ນບັນລະຍາຍ ຂອງ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຫົວຂໍ້ ການປະຕິວັດອຸດສາຫະກໍາ 4.0 ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ໂດຍສະເພາະແມ່ນ ສິ່ງທ້າທາຍ ແລະ ກາລະໂອກາດ ສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕ໋ອນຂອງ ສປປ ລາວ. ໃນກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນ ຈາກຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ວຽກງານຫັນບໍລິການລັດເປັນດິຈິຕ໋ອນ, ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕ໋ອນ ແລະ ອຸດສາຫະກໍາ 4.0 ຂອງ ວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການຫັນເປັນດິຈິຕ໋ອນທາງດ້ານສັງຄົມ ເປັນຕົ້ນ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ຄໍາມ່ວນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ທີ່ໄດ້ຈັດສໍາມະນາຢູ່ແຂວງ ຄໍາມ່ວນ. ທ່ານຍັງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ລົງເຄື່ອນໄຫວເຜີຍແຜ່, ພ້ອມທັງຈັດຕັ້ງຝຶກອົບຮົມການນໍາໃຊ້ ໄອຊີທີ (ICT) ໃຫ້ບັນດາພະແນກການ, ສໍານັກງານຫ້ອງການອ້ອມຂ້າງແຂວງ ແລະ ບັນດາເມືອງ ເປັນຕົ້ນແມ່ນ: ການນໍາໃຊ້ໂປຼແກຼມ (Lao KYC) ກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ການບໍລິການລາວສູ້ສູ້ ເພື່ອຕ້ານ, ສະກັດກັ້ນ ການແຜ່ລະບາດຂອງພະຍາກໂຄວິດ-19, ລະບົບກອງປະຊຸມທາງໄກ ແມ່ນໄດ້ນໍາໃຊ້ຢ່າງເປີດກວ້າງຢູ່ພາຍໃນແຂວງ ໂດຍສະເພາະໃນໄລຍະມີການແຜ່ລະບາດພະຍາດໂຄວິດ-19 ລະບົບດັ່ງກ່າວ ແມ່ນສາມາດເຊື່ອມຕໍ່ຫາກັນໄດ້ຈາກສູນກາງ ຫາແຂວງ ແລະ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຫ້ອງການທັນສະໄໝ ໃຫ້ພະນັກງານຂາເຂົ້າ-ຂາອອກ ແລະ ວິຊາການໄອທີແລ້ວຈໍານວນໜຶ່ງ, ພ້ອມກັນນັ້ນ ກໍໄດ້ຈັດກອງປະຊຸມສໍາມະນາຝຶກອົບຮົມການນໍາໃຊ້ລະບົບສື່ສານພາກລັດ, ລະບົບນໍາໃຊ້ເອກະສານຮ່ວມກັນຂອງພາກລັດ, ລະບົບຈົດໝາຍເອເລັກໂຕຣນິກທາງການ ເພື່ອສາມາດເຊື່ອມໂຍງຫ້ອງວ່າການແຂວງ ກັບຫ້ອງວ່າການເມືອງ 10 ຕົວເມືອງ ດ້ວຍການນໍາໃຊ້ລະບົບບໍລິຫານລັດດິຈິຕ໋ອນ ໃຫ້ສາມາດຕິດຕໍ່ສື່ສານ, ຮັບສົ່ງຂໍ້ມູນຂ່າວສານ, ສົ່ງເອກະສານທາງລັດຖະການຫາກັນໄດ້ ແນໃສ່ຄວາມສະດວກ, ວ່ອງໄວ, ຮັບປະກັນຄວາມປອດໄພ, ນໍາໃຊ້ຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຕອນທ້າຍຂອງກອງປະຊຸມ, ທ່ານຍັງໄດ້ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕ໋ອນ ທີ່ຕິດພັນກັບ 3 ເສົາຄໍ້າ ຄື: ເສດຖະກິດດິຈິຕ໋ອນ, ສັງຄົມດິຈິຕ໋ອນ ແລະ ລັດຖະບານດິຈິຕ໋ອນ ຊຶ່ງພະນັກງານພາຍໃນແຂວງຈະຕ້ອງໄດ້ສ້າງການຫັນປ່ຽນ, ສ້າງຄວາມຮັບຮູ້ໃໝ່, ບຸກທະລຸທາງດ້ານແນວຄິດ, ການນໍາຂອງແຂວງຕ້ອງເປັນເອກະພາບໃນການຊີ້ນໍາວຽກງານດັ່ງກ່າວຕາມ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ເຂົ້າສູ່ວຽກງານຕົວຈິງ ເພື່ອສືບຕໍ່ນໍາເອົາເນື້ອໃນຈິດໃຈເປັນເອກະພາບໃນການຈັດຕັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ໂດຍມອບໝາຍໃຫ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເປັນເຈົ້າການໃນຄົ້ນຄວ້າຈັດຕັ້ງປະຕິບັດ. ທ່ານຍັງໄດ້ສະເໜີຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາໃຈໃສ່ຊ່ວຍຊີ້ນໍາຢ່າງໃກ້ສິດ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນພາຍໃນແຂວງ.

ໃນໂອກາດດັ່ງກ່າວນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບລະບົບເຄືອຂ່າຍພາຍໃນ (G-Net), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການທັນສະໄໝ (G-Office), ລະບົບຈົດໝາຍເອເລັກໂຕຣນິກ (E-mail), ລະບົບສົນທະນາພາກລັດ (G-Chat), ລະບົບເວັບໄຊທ໌ພາກລັດ (G-web) ແລະ ລະບົບແບ່ງປັນຂໍ້ມູນພາກລັດ (G-Share) ລວມມູນຄ່າທັງໝົດ 768 ລ້ານ ກວ່າກີບ ໃຫ້ແກ່ ແຂວງ ຄໍາມ່ວນ.

ພາບ ແລະ ຂ່າວ: ຈັນທະຈັກ ຫຼວງລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ