05/05/2023

ໃນລະຫວ່າງວັນທີ 27-28 ເມສາ 2023 ຜ່ານມານີ້, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບ ກົມກົດໝາຍ, ກະຊວງ ຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ(ຮ່າງ)ດໍາລັດວ່າດ້ວຍກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ສຸດໃຈ ລໍລອນສີ, ຄະນະພັກກະຊວງ, ຫົວໜ້າອົງການດັດສົມໂທລະຄົມ ທັງເປັນຫົວຫນ້າຄະນະເນື້ອໃນ, ທ່ານ ສຸລິຍາ ສີດາວົງ, ຄະນະພັກກະຊວງ, ຫົວໜ້າ ກົມກົດໝາຍ, ກະຊວງ ຍຸຕິທໍາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງ 2 ພາກສ່ວນເຂົ້າຮ່ວມ ທັງໝົດ 33 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ (ຮ່າງ) ດໍາລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຊື່ງເປັນການຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປຸງປີ 2021 ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍແຜນງານທີ 13 ຂອງແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ, ຊຶ່ງໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຮຽບຮຽງ ທາງດ້ານໂຄງປະກອບ ແລະ ເນື້ອໃນ ຂອງແຕ່ລະມາດຕາ. ສໍາລັບເນື້ອໃນຂອງຮ່າງດໍາລັດສະບັບນີ້ມີທັງຫມົດ 5 ຫມວດ 23 ມາດຕາ, ມາດຕາທີ່ມີຄວາມສໍາຄັນ ແມ່ນ ມາດຕາ 1 ຈຸດປະສົງ, ມາດຕາ 3 ອະທິບາຍຄຳສັບ, ມາດຕາ 5 ແຫຼ່ງກອງທຶນ, ມາດຕາ 6 ເປົ້າໝາຍຂອງການນຳໃຊ້ກອງທຶນ, ມາດຕາ 12 ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນ, ມາດຕາ 15 ກອງເລຂາ ແລະ ມາດຕາອື່ນໆ.
ຜ່ານການຄົ້ນຄວ້າ ແລະ ຮຽບຮຽງ ເຫັນວ່າໄດ້ມີການປັບປຸງບາງໂຄງປະກອບ ແລະ ເນື້ອໃນຈຳນວນໜຶ່ງ ທີ່ເຫັນວ່າຍັງຕິດພັນກັບຫຼາຍພາກສ່ວນ. ສະນັ້ນ, ເພື່ອຮັບປະກັນໃຫ້ແກ່ເນື້ອໃນຂອງຮ່າງດຳລັດມີຄວາມຫັດກຸມ ແລະ ຈະແຈ້ງ ຮັບປະກັນການຈັດຕັ້ງປະຕິບັດ ຄະນະຮັບຜິດຊອບຈະໄດ້ນຳເອົາຄຳເຫັນຂອງກອງປະຊຸມໄປຄົ້ນຄວ້າປັບປຸງຕື່ມໂດຍສົມທົບກັບກະຊວງຍຸຕິທຳ ກ່ອນລາຍງານຄະນະນຳກະຊວງເຕັກໂລຊີ ແລະ ການສື່ສານ ຫຼັງຈາກນັ້ນຈຶ່ງຈະສົ່ງໃຫ້ ກະຊວງຍຸຕິທຳ ເພື່ອສະເໜີຫາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອກະກຽມເຂົ້າຜ່ານກອງປະຊຸມລັດຖະບານໃນເດືອນ ພຶດສະພາ 2023.
ພາບຂ່າວ: ອົງການດັດສົມໂທລະຄົມມະນາຄົມ