05/05/2023

ໃນໂອກາດລົງເຄື່ອນໄຫວວຽກງານ ຢູ່ ແຂວງ ຄໍາມ່ວນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນວັນທີ 04 ພຶດສະພາ 2023 ນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບ ຂອງ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ພ້ອມດ້ວຍອ້າຍນ້ອງພະນັກງານ ແລະ ຕາງໜ້າສາຂາບໍລິສັດ ໂທລະຄົມມະນາຄົມ, ໄປສະນີ ພາຍໃນແຂວງ ຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ຕໍ່ຄະນະຊາບວ່າ: ພາຍໃນພະແນກມີພະນັກງານທັງໝົດ 38 ທ່ານ, ຍິງ 16 ທ່ານ, ປະກອບມີ 04 ຂະແໜງ ຄື: ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ຂະແໜງໄປສະນີ ແລະ ສື່ສານ; ຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ; ຂະແໜງບໍລິຫານລັດດິຈິຕ໋ອນ; ແລະ ຄວາມປອດໄພທາງໄຊເບີ. ໃນໄລຍະຜ່ານມາ ພະແນກໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນວຽກງານວິຊາສະເພາະ ກໍໄດ້ມີຜົນງານສະແດງອອກຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ສໍາເລັດການລົງສໍາຫຼວດເກັບກໍາຂໍ້ມູນຂອງສາຍໂທລະສັບ ແລະ ອິນເຕີເນັດໃນ 09 ເສັ້ນທາງຫຼັກຂອງເທດສະບານເມືອງ ທ່າແຂກ ເພື່ອສະໜອງຂໍ້ມູນໃສ່ບົດສະເໜີໂຄງການຈັດສັນຄວາມເປັນລະບຽບສາຍໂທລະສັບ ແລະ ສາຍເຄເບິນ; ໄດ້ຕິດຕາມ, ຄຸ້ມຄອງບັນດາບໍລິສັດທີ່ໃຫ້ບໍລິການຮູບແບບໄປສະນີທີ່ເປັນບໍລິສັດເອກະຊົນ ປະກອບມີ 15 ສາຂາບໍລິສັດ; ກວດກາຕິດຕາມບັນດາຫ້າງຮ້ານທີ່ຂາຍ ແລະ ສ້ອມແປງອຸປະກອນໂທລະຄົມມະນາຄົມ ຊຶ່ງໄດ້ອອກ ແລະ ຕໍ່ໃບອະນຸຍາດໃນປີ 2023 ໄດ້ 26 ຮ້ານ ຊຶ່ງປັດຈຸບັນມີບັນດາຮ້ານທີ່ປະກອບກິດຈະການທັງໝົດ 108 ຮ້ານ; ຕິດຕາມກວດກາ ຕໍ່ໃບອະນຸຍາດດໍາເນີນທຸລະກິດຮ້ານໃຫ້ບໍລິການອິນເຕີເນັດຄາເຟໄດ້ 03 ຄັ້ງ ປະກອບມີ 28 ຮ້ານ ປັດຈຸບັນມີຮ້ານທີ່ໃຫ້ບໍລິການອິນເຕີເນັດຄາເຟ 60 ຮ້ານ; ມີພາກສ່ວນທີ່ນໍາໃຊ້ເລກໝາຍໂທລະສັບສາຍດ່ວນພິເສດ 03 ຕົວເລກ ແລະ 04 ຕົວເລກ ຈໍານວນ 06 ພາກສ່ວນ; ຕິດຕາມ, ກວດກາ ແລະ ຊຸກຍູ້ການອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸ ແລະ ວິທະຍຸສື່ສານສະເພາະກິດຈະການ (ໂຟນີ) ໄດ້ 03 ພາກສ່ວນ ຊຶ່ງປັດຈຸບັນມີ 08 ພາກສ່ວນທີ່ນໍາໃຊ້; ຊຸກຍູ້ບັນດາສາຂາບໍລິສັດທີ່ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ ໃນການຂຶ້ນທະບຽນເລກໝາຍໂທລະສັບ ຜ່ານລະບົບ 03 Grab ໄດ້ຈໍານວນ 200.504 ເລກໝາຍ; ໄດ້ຊຸກຍູ້ສົ່ງເສີມ ແລະ ຂະຫຍາຍການນໍາໃຊ້ລະບົບບໍລິຫານລັດດິຈິຕ໋ອນໃນລະບົບຕ່າງໆໃຫ້ກັບຫ້ອງການລັດພາຍໃນແຂວງ ຮອດປັດຈຸບັນໄດ້ທັງໝົດ 600 ກວ່າບັນຊີ; ພາຍໃນແຂວງມີໂທລະສັບຕັ້ງໂຕະແບບມີສາຍ ແລະ ບໍ່ມີສາຍ 57.673 ເລກໝາຍ, ມີຜູ້ລົງທະບຽນນໍາໃຊ້ໂທລະສັບມືຖືທຸກລະບົບ 345.548 ເລກໝາຍ, ອັດຕາສ່ວນຂອງຜູ້ລົງທະບຽນນໍາໃຊ້ອິນເຕີເນັດທຸກລະບົບ 183.253 ເລກໝາຍ; ຕິດຕັ້ງສາຍໄຍແກ້ວນໍາແສງ (Fiber Optic) ລວມທັງໝົດໄດ້ 6.315 ກິໂລແມັດ ກວມເອົາ 10 ຕົວເມືອງໃນເຂດເທດສະບານ; ແລະ ມີເສົາສົ່ງສັນຍານໂທລະສັບທຸກລະບົບ (BTS) ພາຍໃນແຂວງລວມທັງໝົດ 500 ເສົາ.
ພາຍຫຼັງຮັບຟັງການລາຍງານ, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານພາຍໃນພະແນກ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ພະແນກ ຈົ່ງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຕ່າງໆທີ່ຕິດພັນກັບການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ, ສ້າງແຜນພັດທະນາວິຊາການໄລຍະສັ້ນ ແລະ ໄລຍະຍາວ ໂດຍໃຫ້ແຍກລະອຽດການສ້າງດ້ານວຸດທິ ແລະ ດ້ານຄວາມຮູ້ ເຊັ່ນ: ດ້ານວຸດທິແມ່ນຊຸກຍູ້ສົ່ງເສີມການຮຽນຕໍ່ແຕ່ລະຂັ້ນ ແລະ ດ້ານຄວາມຮູ້ແມ່ນສົ່ງໄປຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ, ພ້ອມນັ້ນ ກໍໃຫ້ມີການຈັດຝຶກອົບຮົມແຕ່ລະດ້ານ, ຂຶ້ນແຜນໄປທັດສະນະສຶກສາຢູ່ສູນກາງ ເພື່ອສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາສະເພາະ, ເອົາໃຈໃສ່ໃນການພັດທະນາທາງດ້ານພາສາຕ່າງປະເທດ, ດ້ານວິຊາສະເພາະ ແລະ ດ້ານທິດສະດີການເມືອງ-ການປົກຄອງ, ສ້າງຄວາມສາມັກຄີພາຍໃນໜ່ວຍພັກ ພາຍໃນພະແນກ ແລະ ພະແນກການອ້ອມຂ້າງ, ພ້ອມດຽວກັນ ກໍສ້າງຄວາມສາມັກຄີກັບສາກົນ ເປັນຕົ້ນແມ່ນກັບເພື່ອນມິດຍຸດທະສາດ ຄື: ສສ ຫວຽດນາມ ແລະ ສປ ຈີນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃນດ້ານຕ່າງໆ.
ໃນໂອກາດຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຄັ້ງນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບ ຄອມພິວເຕີແລັບທັອບ 01 ໜ່ວຍ ແລະ ເຄື່ອງພິມເອກະສານ 01 ໜ່ວຍ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ປາກົດຜົນເປັນຈິງ.
ພາບ ແລະ ຂ່າວ: ຈັນທະຈັກ ຫຼວງລາດ