ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູ່ ແຂວງ ສະຫວັນນະເຂດ

08/05/2023

ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູ່ ແຂວງ ສະຫວັນນະເຂດ

          ໃນຕອນບ່າຍຂອງວັນທີ 05 ພຶດສະພາ 2023, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນດາໄລ ເຄນນະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ ພ້ອມດ້ວຍອ້າຍນ້ອງພະນັກງານຢ່າງພ້ອມພຽງ.

    ຈຸດປະສົງຂອງການເຄື່ອນໄຫວວຽກງານຂອງຄະນະໃນຄັ້ງນີ້ ກໍເພື່ອຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ. ພ້ອມທັງຮັບຟັງຂໍ້ສະເໜີຈາກອ້າຍນ້ອງພະນັກງານພາຍໃນພະແນກ ແລະ ແລກປ່ຽນຄໍາຄິດເຫັນລະຫວ່າງການປະຕິບັດວຽກງານວິຊາສະເພາະລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.

        ໃນຕອນທ້າຍ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍາດມາໄດ້ ພ້ອມທັງຊີ້ນໍາໃຫ້ມີການປະສານສົມທົບກັບຂັ້ນສູນກາງ ເພື່ອຊອກຫາວິທີທາງແກ້ໄຂຂໍ້ຫຍຸ້ງຍາກໂດຍສະເພາະແມ່ນວຽກງານວິຊາສະເພາະກັບກົມທີ່ກ່ຽວຂ້ອງ, ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ແບ່ງຄວາມຮັບຜິດຊອບພາຍໃນພະແນກໃຫ້ເໝາະສົມຕາມຄວາມຮູ້ຄວາມສາມາດ, ເອົາໃຈໃສ່ໃນການພັດທະນາທາງດ້ານວິຊາການ ທັງໄລຍະສັ້ນ-ໄລຍະຍາວ, ພັດທະນາທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ພາສາຕ່າງປະເທດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃຫ້ໜັກແໜ້ນພາຍໃນໜ່ວຍພັກ, ບັນດາພະແນກການອ້ອມຂ້າງ ແລະ ຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃຫ້ນັບມື້ນັບຫຼາຍຂຶ້ນ.

        ໂອກາດດຽວກັນນີ້, ຍັງໄດ້ມີພິທີມອບ-ຮັບ ອຸປະກອນຮັບໃຊ້ວຽກງານໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ ປະກອບມີ: ຄອມພິວເຕີຕັ້ງໂຕະ 01 ຊຸດ ແລະ ຄອມພິວເຕີແລັບທັອບ 01 ໜ່ວຍ ໂດຍໃຫ້ກຽດມອບຂອງ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າຮັບໂດຍ ທ່ານຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ.

          ພາບ ແລະ ຂ່າວ: ຈັນທະຈັກ ຫຼວງລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ