10/05/2023

ໃນວັນທີ 09 ພຶດສະພາ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ເຜີຍແຜ່ຄຳສັ່ງ, ຄຳແນະນຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມກອງປະຊຸມຄົບຄະນະກາງສະໄໝຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີສະຫາຍ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ, ບັນດາສະຫາຍຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທີ່ຂຶ້ນກັບອົງຄະນະພັກກະຊວງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ ແລະ ຄວາມຈຳເປັນຂອງການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ການດຳເນີນຊີວິດການເມືອງພາຍໃນຄະນະພັກແຕ່ລະຂັ້ນ ແມ່ນການທົບທວນໝາກຜົນການນຳພາປະຕິວັດມະຕິກອງປະຊຸມໃຫຍ່ຂອງແຕ່ລະອົງຄະນະພັກໃນ 2 ປີເຄີ່ງຜ່ານມາ ແລະ ການປັບປຸງຕົນເອງຂອງຄະນະພັກ ເພື່ອປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງຄະນະພັກທຸກຂັ້ນ ດ້ວຍການຍົກລະດັບທິດສະດີ, ກຳແໜ້ນແນວທາງນະໂຍບາຍ, ມະຕິຄຳສ່ັງຂອງພັກ, ກຳແໜ້ນບົດຮຽນພຶດຕິກຳ ແລະ ປັບປຸງຕົນເອງ ເພື່ອແນ່ໃສ່ເຮັດສຳເລັດພາລະກິດ ກໍຄືໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້; ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກ ແຕ່ລະຂັ້ນ ພວມເຂົ້າສູ່ໄລຍະກາງສະໄໝ ຊຶ່ງເປັນເວລາອັນເໝາະສົມ ເພື່ອດຳເນີນການຕີລາຄາຄືນຮອບດ້ານ ຕໍ່ໝາກຜົນທີ່ໄດ້ຮັບ ແລະ ສືບຕໍ່ດັບປັບເນື້ອໃນ, ວິທີການ, ມາດຕະການ ໃນການປະຕິບັດຕໍ່ໜ້າ, ການດຳເນີນຊີວິດການເມືອງກາງສະໄໝ ຂອງຄະນະພັກແຕ່ລະຂັ້ນ ເປັນການສະຫລຸບປະເມີນຄືນຄວາມຮັບຜິດຊອບການເມືອງ ຂອງຄະນະພັກແຕ່ລະຂັ້ນ ກໍຄືບັນດາສະຫາຍຄະນະພັກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຂັ້ນຕົນ ໃນໄລຍະຜ່ານມາຕາມຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍຕີລາຄາໃຫ້ເລິກເຊິ່ງແທດເຖິງຕົງຈິງຍົກໃຫ້ເຫັນທັງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອສືບຕໍ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ສຸມໃສ່ປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ໃນຊຸມປີທ້າຍຂອງສະໄໝ ດ້ວຍຄວາມຕັ້ງໜ້າບຸກບືນສູ້ຊົນນຳພາຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກໃຫ້ບັນລຸຜົນເປັນຈິງ.
ສະຫາຍ ຍັງກ່າວອີກຕື່ມວ່າ: ຜ່ານການດຳເນີນຊີວິດການເມືອງກາງສະໄໝຂອງຄະນະພັກຄັ້ງນີ້ ຈະເປັນພື້ນຖານເພື່ອສືບຕໍ່ປັບປຸງ, ເຊີດຊູສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ບັນດາຫລັກການ ແລະ ທິດນຳກໍສ້າງ ຊຶ່ງກ່ອນອື່ນໝົດແມ່ນຫລັກການລວມສູນປະຊາທິປະໄຕ, ຫລັກການຕິຊົມຕົນເອງ ແລະ ຕິຊົມກັນ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກເຊັ່ນ: ຖືເບົາຕໍ່ການຝຶກຝົນຕົນເອງ, ປາກົດການເສື່ອມຄຸນປ່ຽນທາດ, ການຫັນປ່ຽນດ້ວຍຕົວເອງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ທີ່ພວມປາກົດຂຶ້ນຢ່າງແຜ່ຫລາຍພາຍໃນການຈັດຕັ້ງພັກ ແລະ ສະມາຊິກພັກ. ສະນັ້ນ, ການດຳເນີນຊີວິດການເມືອງກາງສະໄໝຂອງຄະນະພັກ ແຕ່ລະຂັ້ນເປົ້າໝາຍສຸດທ້າຍ ແມ່ນເພື່ອປັບປຸງປົວແປງພາຍໃນພັກ, ແນ່ໃສ່ສ້າງພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນກອງປະຊຸມຍັງໄດ້ຮັບຟັງການເຜີແຜ່ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ແລະ ແຜນການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ຊຶ່ງເຜີຍແຜ່ໂດຍ ສະຫາຍ ແກ້ວວິສຸກ ໂສລະພົມ.
ໃນໂອກາດດຽວກັນນີ້, ສະຫາຍ ຄຳພູ ດວງຖະໜອມ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງພະແນກ ຈຳນວນໜຶ່ງ ພາຍໃນກະຊວງ ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແລ້ວແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫລໍ່ຫຼອມຕົນເອງເຮັດໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ.
ພາບ ແລະ ຂ່າວ: ນາງ ທັດສະນີ ພົງບັນດິດ