ໜ່ວຍພັກກົມແຜນການ ແລະ ການເງິນ ກຕສ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ

25/05/2023

ໜ່ວຍພັກກົມແຜນການ ແລະ ການເງິນ ກຕສ ສໍາເລັດການດໍາເນີນກອງປະຊຸມກາງສະໄໝ

ໃນວັນທີ 22 ພຶດສະພາ 2023, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີກອງປະຊຸມກາງສະໄໝ ຂອງໜ່ວຍພັກກົມແຜນການ ແລະ ການເງິນ, ກຕສ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຸດໃຈ ພິມມະສີ ເລຂາໜ່ວຍພັກກົມແຜນການ ແລະ ການເງິນ, ຊຶ່ງໄດ້ຮັບກຽດເຂົ້າຮ່ວມຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ພາຍໃນໜ່ວຍພັກກົມແຜນການ ແລະ ການເງິນ ເຂົ້າຮ່ວມຈຳນວນ 30 ສະຫາຍ, ຍິງ 18 ສະຫາຍ.

          ກອງປະຊຸມ ໄດ້ຮັບຟັງການລາຍງານບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກກາງສະໄໝ ແລະ ແຜນການຕໍ່ໜ້າ ສະເໜີໂດຍສະຫາຍເລຂາໜ່ວຍພັກກົມແຜນການ ແລະ ການເງິນ ຊຶ່ງມີເນື້ອໃນສະແດງອອກຄື: ພາຍໃນໜ່ວຍພັກກົມແຜນການ ແລະ ການເງິນ ມີພະນັກງານທັງໝົດ 52 ສະຫາຍ ​(ຍິງ 33 ສະຫາຍ), ໃນນັ້ນມີຄະນະໜ່ວຍພັກ 03 ສະຫາຍ, ປະກອບມີເລຂາໜ່ວຍ 01 ສະຫາຍ, ຮອງເລຂາໜ່ວຍ 01 ສະຫາຍ (ເພດຍິງ), ຄະນະໜ່ວຍ 01 ສະຫາຍ ແລະ ມີສະມາຊິກພັກທັງໝົດ ຈໍານວນ 30 ສະຫາຍ ​(ຍິງ 18 ສະຫາຍ), ໃນນັ້ນມີສະມາຊິກພັກສໍາຮອງ 03 ສະຫາຍ ​(ຍິງ 02 ສະຫາຍ). ລະບັບວິຊາສະເພາະ ປະລິນຍາໂທ 14 ສະຫາຍ (ຍິງ 09 ສະຫາຍ), ປະລິນຍາຕີ 36 ສະຫາຍ (ຍິງ 22 ສະຫາຍ), ຊັ້ນສູງ 02 ສະຫາຍ (ຍິງ 02 ສະຫາຍ). ລະດັບທິດສະດີການເມືອງ-ການປົກຄອງ ຂັ້ນສູງ 02 ສະຫາຍ ແລະ ບໍາລຸງ 45 ວັນ ຈໍານວນ 26 ສະຫາຍ (ຍິງ 17 ສະຫາຍ). ການນໍາພາດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນກໍໄດ້ມີຜົນສໍາເລັດຫຼາຍດ້ານສະແດງອອກ ຄື: ດ້ານວຽກງານແຜນການ: ສໍາເລັດການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ 05 ປີ ຄັ້ງທີ II (2016-2020) ແລະ ກໍານົດທິດທາງແຜນການ 05 ປີ ຄັ້ງທີ III (2021-2025) ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ; ສຳເລັດການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ເຕັກໂນໂລຊີ ແລະ ການສື່ສານ ປະຈໍາ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ສະຫຼຸບໝົດປີ 2021 ແລະ ປະຈໍາປີ 2022 ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ສະເໜີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານທັນຕາມກໍານົດເວລາ; ດ້ານການຄຸ້ມຄອງໂຄງການລົງທຶນຂອງລັດ: ນັບແຕ່ປີ 2021-2023 ກະຊວງ ໄດ້ຮັບໂຄງການລົງທຶນລັດຈຳນວນທັງໝົດ 49 ໂຄງການ ມູນຄ່າ 57 ຕື້​ກວ່າກີບ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 42,22% (ແຜນການ 5 ປີ 135 ຕື້ກີບ); ດ້ານວຽກງານ ສະຖິຕິຂະແໜງການເຕັກໂນໂລຊີ ແລະ ການສື່ສານ: ສໍາເລັດຂັ້ນພື້ນຖານໃນການຄົ້ນຄວ້າ ແລະ ສ້າງລະບົບສະຖິຕິຫັນເປັນຫັນເປັນສະໄໝຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ; ສໍາເລັດຄົ້ນຄວ້າ ແລະ ກໍານົດຕົວຊີ້ບອກດ້ານສະຖິຕິ ຫຼາຍກວ່າ 100 ຕົວຊີ້ວັດ; ສຳເລັດການສະຫຼຸບຕົວເລກສະຖິຕິຂາດຕົວປະຈຳປີ 2021 ແລະ 2022 ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ລາຍງານພາກສ່ວນກ່ຽວຂ້ອງ; ດ້ານວຽກງານງົບປະມານສຳເລັດຂຶ້ນແຜນງົບປະມານ ສົກປີ 2021-2023 ສະເໜີຫາກະຊວງການເງິນ,  ໄດ້ຮັບແຜນອະນຸມັດຈາກກະຊວງການເງິນ ສົກປີ 2021 ເຖິງ 04 ເດືອນຕົ້ນປີ 2023 ທັງໝົດ 61,63% ຂອງແຜນການ, ປະຕິບັດລາຍຈ່າຍໄດ້ທັງໝົດ 90.27% ທຽບໃສ່ແຜນອະນຸມັດ; ດ້ານການເກັບລາຍຮັບວິຊາການນັບແຕ່​ປີ 2021-2022 ແລະ ປີ 2023- 06 ເດືອນ​ຕົ້ນ​ປີ ສາມາດເກັບລາຍຮັບໄດ້ທັງໝົດ 47% (ແຜນຄາດ​ຄະ​ເນ 05​ ປີ).

          ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ສະເໜີໂດຍ ສະຫາຍຮອງເລຂາໜ່ວຍພັກ ແລະ ໄດ້ມີການດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະໜ່ວຍພັກ ພ້ອມທັງຮັບຟັງການປະກອບຄໍາຄິດເຫັນຂອງຄະນະຜູ້ແທນຢ່າງພາວະວິໃສ ແລະ ກົງໄປກົງມາ.

          ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການປະຕິບັດໜ້າທີ່ການເມືອງໃນໄລຍະກາງສະໄໝທີ່ຜ່ານມາຂອງໜ່ວຍພັກ ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກ ກໍຄື ສະມາຊິກພັກທັງໝົດເອົາໃຈໃສ່ຕໍ່ບາງດ້ານທີ່ຍັງຄົງຄ້າງ ເພື່ອຄົ້ນຄວ້າຊອກຫາວິທີທາງແກ້ໄຂໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ສະຫາຍ ຍັງໄດ້ເນັ້ນໜັກຕໍ່ຜູ້ແທນກອງປະຊຸມ ຈົ່ງສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າຮ່ວມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດພາລະກິດຂອງຕົນໃຫ້ປະສົບຜົນສໍາເລັດອັນຈົບງາມ.

ຂຽນໂດຍ: ພຸດດາວອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ