ສຳມະນາປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບການນຳໃຊ້ກຸ່ມຂໍ້ມູນຜູກພັນ ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

29/05/2023

ສຳມະນາປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບການນຳໃຊ້ກຸ່ມຂໍ້ມູນຜູກພັນ  ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2023 ຜ່ານມານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank, ປະເທດສິງກະໂປ ຈັດກອງປະຊຸມສຳມະນາປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບການນຳໃຊ້ກຸ່ມຂໍ້ມູນຜູກພັນ  ເພື່ອພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ບັນດາກົມ, ສະຖາບັນ, ຫ້ອງການ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາກະຊວງອ້ອມຂ້າງ, ປະທານບໍລິສັດ Meta Bank ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ແມ່ນເພື່ອຊຸກຍູ້-ສົ່ງເສີມການຫັນເປັນດິຈິຕ໋ອນຂອງ ສປປ ລາວ, ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040),​ ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕ໋ອນ. ໃນກອງປະຊຸມສຳມະນາຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຈາກບັນດາຊ່ຽວຊານຂອງບໍລິສັດ Meta Bank ແລະ  D11 labs ເປັນຕົ້ນແມ່ນການສະເໜີກ່ຽວກັບການພັດທະນາຜະລິດຕະພັນດິຈິຕ໋ອນ ແລະ ການວາງແຜນການຕະຫຼາດຂອງ ສປປ ລາວ (Digital Branding and Marketing Planning in Laos); ການສະເໜີກ່ຽວກັບກໍລະນີສຶກສາຄວາມເປັນໄປໄດ້ຂອງບລັອກເຊນ 4.0 ແຫ່ງປະເທດລາວ (Feasibility study on Lao Blockchain 4.0) ແລະ ການສະເໜີ ກ່ຽວກັບ ແຜນການຕະຫຼາດຊັບສິນດິຈິຕ໋ອນຂອງ ສປປ ລາວ (Digital Product Marketing Plan in Laos).

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າ,​ ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ເພື່ອຊອກຫາແນວທາງຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງດ່າວ ທີ່ຕິດພັນກັບວຽກງານການພັດທະນາເສດຖະກິດດິຈິຕ໋ອນ, ພ້ອມທັງຫາຊ່ອງທາງຊຸກຍູ້-ສົ່ງເສີມຄົ້ນຄວ້າສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມືພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກເພື່ອຮ່ວມມືກັນໃນການສ້າງກຸ່ມຂໍ້ມູນຜູກພັນ Blockchain 4.0 ເພື່ອການຂັບເຄື່ອນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາໄດ້ຢ່າງຍືນຍົງ ແລະ ໝັ້ນຄົງໃນຕໍ່ໜ້າ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ