ກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ
30/05/2023

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ເຂດຫຼັກ 3) ອົງການກາແດງລາວ ຮ່ວມກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດກິດຈະກຳຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ກໍຄືປະກອບສ່ວນຊ່ວຍປິ່ນປົວຄົນເຈັບ ທີ່ເຂົ້າຮັກສາປິ່ນປົວຢູ່ບັນດາໂຮງໝໍຕ່າງໆ ເຊັ່ນ: ພະຍາດເລືອດຈາງ, ຟອກໄຂ່ຫຼັງ, ໄຂ້ຍຸງລາຍ, ເສຍເລືອດຍ້ອນການເກີດລູກ, ຖືພານອກພົກ, ມະເຮັງເມັດເລືອດຂາວ ແລະ ພະຍາດອື່ນໆ. ຊຶ່ງໃນກິດຈະກຳຄັ້ງນີ້ມີເຂົ້າຮ່ວມບໍລິຈາກເລືອດ ທັງໝົດຈຳນວນ 13 ທ່ານ ຈາກບັນດາຫ້ອງການ, ບັນດາກົມ/ທຽບເທົ່າ ພາຍໃນກະຊວງ.