ສະເຫຼີມສະຫຼອງການຍອມຮັບລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ

30/05/2023

ສະເຫຼີມສະຫຼອງການຍອມຮັບລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023, ທີ່ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດ ກອງປະຊຸມສະເຫຼີມສະຫຼອງ ການຍອມຮັບລະຫັດຊື່ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ (Celebration of the Universal Acceptance (UA) Day) ພາຍໃຕ້ກິດຈະກຳຂອງ ຄະນະກຳມະການຂັບເຄື່ອນການຍອມຮັບລະຫັດຊື່ອິນເຕີເນັດທຸກພາສາ (ຫຼື Universal Acceptance Steering Group, UASG) ຮ່ວມກັບອົງການຄຸ້ມຄອງຊັບພະຍາກອນອິນເຕີເນັດ ສາກົນ (ICANN) ໂດຍການເປັນປະທານກ່າວເປີດຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຊຶ່ງມີຊ່ຽວຊານຜູ້ຕາງໜ້າຈາກອົງການ ICANN, ບັນດາທ່ານ ຕາງໜ້າຈາກບັນດາກົມ, ສະຖາບັນ, ທະນາຄານ ແລະ ບໍລິສັດ ທີ່ກ່ຽວຂ້ອງກັບວຽກງານລະຫັດຊື່ອິນເຕີເນັດ, ການຄຸ້ມຄອງຊັບພະຍາກອນອິນເຕີເນັດ ແລະ ລະບົບເຕັກນິກເນັດເວີກ ພາຍໃນ ສປປ ລາວ ຫຼາຍກວ່າ 60 ທ່ານ.

Universal Acceptance (UA) ຫຼື ການຍອມຮັບໃນສາກົນ, ແມ່ນເງື່ອນໄຂພື້ນຖານທີ່ສຸດ ເພື່ອຈະກ້າວໄປສູ່ຫຼັກການອິນເຕີເນັດແບບສາກົນ ແລະ ຮອງຮັບທຸກພາສາ. ໃນສະຖິຕິປັດຈຸບັນ, ມີຜູ້ໃຊ້ອິນເຕີເນັດ ປະມານ 5 ຕື້ຄົນ ໃນທົ່ວໂລກ ແລະ ຍັງມີການຄາດຄະເນ ຈະມີການເພີ່ມຂຶ້ນຢ່າງໜ້ອຍ 1 ຕື້ຄົນ ທີ່ຈະເຊື່ອມຕໍ່ເຂົ້າລະບົບອອນລາຍ. ໃນບັນດາຜູ້ຊົມໃຊ້ໃໝ່ນີ້, ສ່ວນໃຫຍ່ ແມ່ນນຳໃຊ້ພາສາອື່ນໆ ທີ່ບໍ່ແມ່ນພາສາອັງກິດ ໃນການປາກເວົ້າ ແລະ ຂີດຂຽນ. ສະນັ້ນ, ການເຮັດໃຫ້ຫຼັກການ UA ສຳເລັດແມ່ນຈະຮັບປະກັນໃຫ້ທຸກໆຄົນ ມີຄວາມອາດສາມາດ ນຳໃຊ້ ແລະ ຮັບຮູ້ເຖິງ ຜົນປະໂຫຍດສູງສຸດ ຂອງການນຳໃຊ້ອິນເຕີເນັດ ໃນການພັດທະນາເສດຖະກິດ ແລະ ສັງຄົມ ໂດຍຜ່ານການນຳໃຊ້ ລະຫັດຊື່ອິນເຕີເນັດ ແລະ ລະຫັດຊື່ອີເມວ ພາສາຕ່າງໆ ທີ່ເໝາະສົມກັບ ວັດທະນະທຳ, ທຸລະກິດ, ພາສາ ແລະ ຕົວອັກສອນ ຂອງຕົນເອງ.

ລະບົບລະຫັດຊື່ອິນເຕີເນັດ ຫຼື Domain Name System (DNS) ແມ່ນມີການຂະຫຍາຍຕົວຢ່າງຫຼວງຫຼາຍ ແລະ ໄວວາ ໃນໄລຍະຜ່ານມາ ໂດຍສະເພາະ ຫຼັງຈາກເປີດນຳໃຊ້ ລະຫັດຊື່ອິນເຕີເນັດສູງສູດທົ່ວໄປແບບໃໝ່ ຫຼື new generic top-level domains, ເປັນຕົ້ນ: ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຫຼື Internationalized Domain Names (IDNs) ແລະ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ ຫຼື country code top-level domains (ccTLDs). ໃນວຽກງານດຽວກັນນີ້, ສປປ ລາວ ກໍມີ ລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ .LA ນັບຕັ້ງແຕ່ກາງຊຸມປີ 1990 ແລະ ໄດ້ຮັບການໂອນຍ້າຍລະບົບຄຸ້ມຄອງມາຢູ່ນຳ ສູນອິນເຕີເນັດແຫ່ງຊາດ ນັບແຕ່ປີ 2016 ເປັນຕົ້ນມາ. ພ້ອມນັ້ນ ກໍໄດ້ສຳເລັດການເປີດນຳໃຊ້ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ .ລາວ ໃນປີ 2020 ແລະ ໃນປີດຽວກັນ ສູນອິນເຕີເນັດແຫ່ງຊາດ ໄດ້ເປັນເຈົ້າການໃນການເຮັດຄົ້ນຄວ້າຮ່ວມກັບກຸ່ມບັນດາປະເທດອາຊຽນ ກ່ຽວກັບສະພາບການນຳໃຊ້ ແລະ ການສົ່ງເສີມ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ແລະ ການຍອມຮັບໃນສາກົນ.

ໃນການສະເຫຼີມສະຫຼອງວັນ UA Day ສາກົນ, ສູນອິນເຕີເນັດແຫ່ງຊາດ ໄດ້ຈັດງານດັ່ງກ່າວນີ້ເພື່ອຮ່ວມສ້າງຈິດສຳນຶກ ແລະ ສົ່ງເສີມການນຳໃຊ້ ລະຫັດຊື່ອິນເຕີເນັດ ແຫ່ງຊາດ .LA ແລະ ພາສາທ້ອງຖິ່ນ .ລາວ, ຊຶ່ງໄດ້ຮັບກຽດບັນຍາຍໂດຍ ທ່ານ ນ. ຢຽນ ຊິນ ຕັນ, ຜູ້ຮັບຜິດຊອບພົວພັນອົງການຈັດຕັ້ງຄຸ້ມຄອງລະຫັດຊື່ອິນເຕີເນັດ ປະຈຳອົງການ ICANN ໃນຂົງເຂດອາຊີປາຊີຟິກ (Ms. Yien-Chyn Tan, ICANN’s Asia-Pacific Stakeholder Engagement Manager), ຜ່ານລະບົບກອງປະຊຸມທາງໄກ. ຫຼັງຈາກນັ້ນ, ກໍໄດ້ຈັດຊຸດຝຶກອົບຮົມ ການນຳໃຊ້ ລະຫັດຊື່ອີເມວ ພາສາທ້ອງຖິ່ນ ຫຼື Email Address Internationalization (EAI), ໂດຍແມ່ນ ທ່ານ ນ. ພິທິນັນ ຄູອະມອນພັດທະນາ, ຜູ້ຮັບຜິດຊອບໂຄງການລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂອງ ICANN (Ms. Pitinan Kooarmornpatana, ICANN’s IDN Programs Senior Manager) ເປັນຜູ້ດຳເນີນໃນຫ້ອງປະຊຸມ. ຜູ້ເຂົ້າຮ່ວມຝຶກອົບຮົມນີ້ ແມ່ນຈະມີຕາງໜ້າຈາກນາຍທະບຽນ ແລະ ພະນັກງານເຕັກນິກ ທີ່ເຮັດວຽກກ່ຽວຂ້ອງກັບການຄຸ້ມຄອງລະບົບອີເມວ ຂອງອົງການຈັດຕັ້ງຕ່າງໆ.

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ