13/07/2023

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 11 ກໍລະກົດ ແລະ ປິດລົງໃນວັນທີ 13 ກໍລະກົດ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ (ເຂດດອນຕິ້ວ) ຂອງ ກະຊວງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ ຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນຂັ້ນຄະນະພະແນກຂຶ້ນໄປເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນເປັນ 3 ວາລະ ຄື: ວາລະທີໜຶ່ງ: ກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ; ວາລະທີສອງ: ກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ; ແລະ ວາລະທີສາມ: ກອງປະຊຸມພາຍໃນ ຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II. ຊຶ່ງກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມ ສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ໃນກອງປະຊຸມໄດ້ມີການດໍາເນີນການທາບທາມຢັ່ງຫາງສຽງຄວາມໄວ້ວາງໃຈຕໍ່ບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ພ້ອມທັງໄດ້ຕີລາຄາປະກອບຄໍາເຫັນຕໍ່ບົດສະຫຼຸບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານ ແລະ ສະຫຼຸບແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ຕິດພັນກັບແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ. ພ້ອມນັ້ນ, ຍັງໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນໍາພາລວມ, ບົດສໍາຫຼວດຂອງບັນດາສະຫາຍໃນຄະນະບໍລິຫານງານພັກກະຊວງ, ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ການນໍາພາລວມຂອງຄະນະພັກ, ປະກອບຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຂອງບັນດາສະຫາຍພາຍໃນຄະນະບໍລິຫານງານພັກ ຖືກຕ້ອງຕາມຄວາມເປັນຈິງ ພາວະວິໄສ ແລະ ດໍາເນີນຖືກຕ້ອງຕາມຫຼັກການຂອງພັກ.
ໃນຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການຊີ້ນໍາ ແລະ ໂອ້ລົມຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ກົມການເມືອງສູນກາງພັກ ກໍຄື ຕໍ່ການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອຫັນປະເທດເຮົາສູ່ລະບົບດິຈິຕ໋ອນ. ສະຫາຍໄດ້ຊີ້ນໍາຢ່າງເລິກເຊິ່ງເຖິງຖອງໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ, ບັນຈຸສັບຊ້ອນພະນັກງານໃຫ້ຖືກຕ້ອງຕາມມາດຖານຕໍາແໜ່ງງານທີ່ກໍານົດໄວ້, ປັບປຸງນິຕິກໍາເກົ່າທີ່ບໍ່ສອດຄ່ອງ ແລະ ສ້າງນິຕິກໍາໃໝ່ໃຫ້ພຽງພໍ ແລະ ສາມາດຮອງຮັບເຕັກໂນໂລຊີ ແລະ ການສື່ສານ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ຊຸກຍູ້ບັນດາບໍລິສັດ ວິສາຫະກິດ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ຂະຫຍາຍເຄືອຂ່າຍການບໍລິການໄດ້ຢ່າງທົ່ວເຖິງ ແລະ ປະກອບສ່ວນມອບພັນທະໃຫ້ໄດ້ຕາມແຜນການ ຫຼື ລື່ນຄາດໝາຍ ຍິ່ງເປັນການດີ. ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕະຫຼອດເຖິງສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ, ເອົາໃຈໃສ່ປັບປຸງທັດສະນະປະຕິວັດ ແລະ ທັດສະນະມະຫາຊົນຂອງພັກ ເຄື່ອນໄຫວໃຫ້ສອດຄ່ອງຕາມພາລະບົດບາດຂອງຕົນ, ຊື່ສັດ, ໂປ່ງໄສ ແລະ ຍຸຕິທໍາ, ເດັດຂາດສະກັດກັ້ນ ບັນດາປາກົດການຫຍໍ້ທໍ້ຕ່າງໆ, ເປັນຕົ້ນແມ່ນການສໍ້ລາດບັງຫຼວງ, ການສວຍໃຊ້ສິດໜ້າທີ່ເພື່ອສ້າງຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ອັນຈະສ້າງຄວາມເສຍຫາຍຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມຕໍ່ພັກ-ລັດເຮົາ.
ບົດຂ່າວ ແລະ ຮູບພາບ: ພະແນກປະຊາສໍາພັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ