ກອງປະຊຸມສໍາມະນາ ບົດບາດ ແລະ ຄວາມສໍາຄັນ ຂອງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0 ທີ່ ມະຫາວິທະຍາໄລ ແຫ່ງຊາດ

24/07/2023

ກອງປະຊຸມສໍາມະນາ ບົດບາດ ແລະ ຄວາມສໍາຄັນ ຂອງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0 ທີ່ ມະຫາວິທະຍາໄລ ແຫ່ງຊາດ

ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ມະຫາວິທະຍາໄລ ແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາ ບົດບາດ ແລະ ຄວາມສໍາຄັນຂອງການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0 ຂຶ້ນໃນວັນທີ 18 ກໍລະກົດ 2023 ຜ່ານມານີ້, ທີ່ສະໂມສອນຊັ້ນ 2 ຂອງ ມະຫາວິທະຍາໄລ ແຫ່ງຊາດ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລ ແຫ່ງຊາດ, ຊຶ່ງມີ ທ່ານ ອານຸສອນ ອັກຄະວົງ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າຫ້ອງການ, ຫົວໜ້າພະແນກ, ບັນດາຄູ-ອາຈານ, ນັກສຶກສາ ຈາກ 08 ຄະນະ ຂອງ ມະຫາວິທະຍາໄລແຫ່ງຊາດ, ບັນດາວິທະຍາໄລ ແລະ ບັນດາສະຖາບັນການສຶກສາ ອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມເກືອບ 200 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມສໍາມະນາ ແມ່ນເພື່ອເຜີຍແຜ່ວຽກງານການຫັນເປັນທັນສະໄໝ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0 ເພື່ອຊຸກຍູ້ສົ່ງເສີມ ເຂົ້້າໃນຂະແໜງການສຶກສາ ທັງພາກລັດ ແລະ ເອກະຊົນ ພ້ອມທັງເປັນການພັດທະນາຊັບພະຍາກອນມະນຸດທາງດ້ານການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນທົ່ວສັງຄົມ ເພື່ອຍົກສູງປະສິດທິພາບຂອງການຄຸ້ມຄອງບໍລິຫານລັດໃຫ້ມີຄວາມປອດໄພ ແລະ ເກີດຜົນປະໂຫຍດສູງສຸດ. ພ້ອມນັ້ນ, ກໍເພື່ອເປັນການຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປິ (2021-2025) ໃຫ້ປາກົດເປັນຈິງ.

ໃນກອງປະຊຸມສໍາມະນາຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບ ນະໂຍບາຍການຫັນເປັນດີຈິຕ໋ອນ, ເສດຖະກິດດິຈິຕ໋ອນ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ວຽກງານການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື Start Up, ວຽກງານການຄຸ້ມຄອງເຕັກໂນໂລຊີດິຈິຕ໋ອນ ແລະ ທຸລະກໍາທາງເອເລັກໂຕຣນິກ. ພາຍຫຼັງຮັບຟັງການນໍາສະເໜີ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ພ້ອມກັນຄົ້ນຄວ້າ, ສົນທະນາແລກປ່ຽນຄໍາຄິດຄໍາເຫັນທີ່ຫຼາກຫຼາຍ ໂດຍສະເພາະແມ່ນການຊອກຫາວິທີທາງແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນການນໍາໃຊ້ສື່ສັງຄົມອອນລາຍຂອງໄວໜຸ່ມຮ່ວມກັນ. ພ້ອມດຽວກັນນັ້ນ, ບັນດາຄູ-ອາຈານ ແລະ ນັກສຶກສາ ກໍໄດ້ໃຫ້ຄວາມສົນໃຈແລກປ່ຽນບົດຮຽນ ໂດຍສະເພາະແມ່ນເຕັກໂນໂລຊີໃໝ່ ເຊັ່ນ: ເຕັກໂນໂລຊີກຸ່ມຂໍ້ມູນພູກພັນເປັນຕົ້ນ. 

ຕອນທ້າຍຂອງການສໍາມະນາ, ທ່ານ ຮສ.ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຍັງໄດ້ມີຄໍາເຫັນສະຫຼຸບ ແລະ ຕີລາຄາ ຜົນສໍາເລັດຂອງການສໍາມະນາດັ່ງກ່າວ ພ້ອມທັງສະເໜີໃຫ້ມີການຈັດສໍາມະນາທີ່ເປັນປະໂຫຍດເພື່ອໃຫ້ຄວາມຮູ້ໃນລັກສະນະແບບນີ້ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ