25/07/2023

ກົມແຜນການ ແລະ ການເງິນ (ກຜງ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງ, ຄຳແນະນຳ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2024 ແລະ ບົດແນະນໍາເພີ່ມເຕີມກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂຶ້ນໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023, ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸດໃຈ ພິມມະສີ ຫົວໜ້າກົມແຜນການ ແລະ ການເງິນ, ກຕສ ແລະ ທ່ານ ໄພເລີດ ພົນບູລົມ ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ, ຊຶ່ງມີບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ ເຂົ້າຮ່ວມຈຳນວນ 50 ກວ່າທ່ານ.
ທ່ານ ສຸດໃຈ ພິມມະສີ ຫົວໜ້າກົມແຜນການ ແລະ ການເງິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ພາຍຫຼັງການສໍາເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II, ຊຶ່ງບັນດາກົມ/ທຽບເທົ່າພາຍໃນກະຊວງ ພວກເຮົາ ພວມຕັ້ງໜ້າສູ້ຊົນ ແລະ ອອກແຮງສຸ່ມໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2023 ແລະ ພວມຢູ່ໃນການສະຫຼຸບຕີລາກາງສະໄໝ ຢ່າງແຂ່ງຂັນ ແລະ ຈົດຈໍ່ ເພື່ອໃຫ້ສາມາດປະຕິບັດບັນດາຄາດໝາຍສູ້ຊົນຕ່າງໆທີ່ໄດ້ກໍານົດໄວ້.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການຂ້ຶນເຜີຍແຜ່ເອກະສານຂອງ ທ່ານ ໄພເລີດ ພົນບູລົມ ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ຊຶ່ງປະກອບມີ 3 ເອກະສານຄື: ຄຳສັ່ງວ່າດ້ວຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2024 ສະບັບເລທີ 09/ນຍ, ລົງວັນທີ 28 ມີຖຸນາ 2023; ຄຳແນະນຳ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນລັດ ປະຈຳປີ 2024 ສະບັບເລກທີ 1663/ກຜທ.ກຜ3, ລົງວັນທີ 05 ກໍລະກົດ 2023 ແລະ ບົດແນະນຳເພີ່ມເຕີມກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ຂອງແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ສະບັບເລກທີ 1664/ກຜທ.ກຜ3, ລົງວັນທີ 05 ກໍລະກົດ 2023.
ພາຍຫຼັງໄດ້ຮັບຟັງການເຜີຍແຜ່ບັນດາເອກກະສານຕ່າງໆ ກອງປະຊຸມຍັງໄດ້ມີການແລກປ່ຽນບັນຫາຕ່າງໆໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຮັດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ລວມເຖິງການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.
ບົດຂ່າວ: ກົມແຜນການ ແລະ ການເງິນ
ຮູບພາບ: ພະແນກປະຊາສຳພັນ