ຮອງ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູ່ ແຂວງ ອັດຕະປື

27/07/2023

ຮອງ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູ່ ແຂວງ ອັດຕະປື

ໃນຕອນບ່າຍຂອງວັນທີ 26 ກໍລະກົດ 2023, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ອັດຕະປື, ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຂັນທອງ ຍິ້ນດາວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ອັດຕະປື ພ້ອມດ້ວຍອ້າຍນ້ອງພະນັກງານຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ອັດຕະປື ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຕໍ່ຄະນະຊາບວ່າ: ພາຍໃນພະແນກມີພະນັກງານທັງໝົດ 24 ທ່ານ; ຍິງ 8 ທ່ານ; ຂັ້ນເມືອງ 15 ທ່ານຍິງ 5 ທ່ານ;ປະກອບມີ 4 ຂະແໜງ ຄື: ຂະແໜງບໍລິຫານຈັດຕັ້ງ, ກວດກາ; ໄປສະນີ ແລະ ການສື່ສານ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ດິຈິຕອນ ແລະ ຄວາມປອດໄພທາງໄຊເບີ; ມີຫ້ອງການ ຕສ 3 ເມືອງ ຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ສະໜາມໄຊ; ຍັງ 2 ເມືອງ ຄື: ເມືອງພູວົງ ແລະ ຊານໄຊ. ໃນໄລຍະຜ່ານມາ ພະແນກໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າໂດຍສະເພາະວຽກງານວິຊາສະເພາະກໍໄດ້ມີຜົນງານສະແດງອອກຫຼາຍດ້ານ ເປັນຕົ້ນແມ່ນ: ການຊຸກຍູ້, ສົ່ງເສີມ ພາກລັດນໍາໃຊ້ລະບົບບໍລິຫານລັດດ້ວຍເອເລັກໂຕນິກ ຫຼື ດິຈິຕ໋ອນ ເທື່ອລະກ້າວ ເພື່ອເພີ່ມຄວາມສະດວກ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ, ປະຢັດຕົ້ນທຶນ ແລະ ເວລາ ໃນການບໍລິຫານລັດ ແລະ ບໍລິການປະຊາຊົນ ໂດຍໄດ້ເປີດຝຶກອົບຮົມໄອທີ ໃຫ້ຄະນະນໍາ, ພະນັກງານຂັ້ນຕ່າງໆໄດ້ 8 ຄັ້ງ, ເປີດຝຶກອົບຮົມນຳໃຊ້ໃຊ້ລະບົບຫ້ອງປະຊຸມທາງໄກ (Video Conference) 1 ຄັ້ງ. ປັດຈຸບັນນີ້ບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ຫ້ອງວ່າການປົກຄອງເມືອງ 5 ຕົວເມືອງ ມີລະບົບຫ້ອງປະຊຸມທາງໄກນໍາໃຊ້ຢ່າງຄົບຖ້ວນ; ສ້າງ Web site ຕາມແບບຟອມ G-Web ໃຫ້ 4 ພາກສ່ວນ; ຝຶກອົບຮົມ ແລະ ແຈກຢາຍບັນຊີລະບົບສື່ສານພາກລັດ (G–Chat) 159 ບັນຊີ, (G–Share) 36 ບັນຊີ ໃຫ້ກັບພາກສ່ວນຕ່າງໆ. ສາມາດຂະຫຍາຍຕາໜ່າງໄປສະນີ ໄດ້ກວ້າງຂວາງກວາມເອົາ 5 ເມືອງ ທົ່ວແຂວງມີຫົວໜ່ວຍບໍລິການໄປສະນີ 12 ບໍລິສັດ, 33 ໜ່ວຍບໍລິການ ຂອງພາກເອກະຊົນແມ່ນຂະຫຍາຍຕົວສູງ ພໍ່ແມ່ປະຊາຊົນສາມາດຮັບ-ຝາກເຄື່ອງທາງໄປສະນີ ໄດ້ສະດວກ; ສະເພາະບໍລິສັດ ໄປສະນີລາວ ສາຂາແຂວງ ໃຫ້ບໍລິການໄປສະນີພັນພາຍໃນ/ຕ່າງປະເທດໄດ້ 33,655Kg = 0,12% ຂອງແຜນການ (ແຜນ 5 ປີ 450.000 Kg) ໃບຝາກເງິນພາຍໃນ/ຕ່າງປະເທດໄດ້ 405 ໃບ = 2,62% (ແຜນ 5 ປີ 20.000 ໃບ); (2) ເມດ່ວນ EMS ພາຍໃນ/ຕ່າງ ປະເທດໄດ້ 272 ສະບັບ = 59,40% (ແຜນ 5 ປີ 500 ສະບັບ) ຈົດໝາຍພາຍໃນ/ຕ່າງປະເທດ 186 ສະບັບ ແລະພັດສະດຸໄປສະນີພາຍໃນ/ຕ່າງປະເທດ 1 Kg. ສາມາດຂະຫຍາຍໂຄງລ່າງພື້ນຖານໂທລະຄົມມະນາຄົມ ໃຫ້ກວ້າງ, ຕໍ່ເນື່ອງ ກວມເອົາທັງເຂດຊົນນະບົດຫ່າງໄກຊອກຫຼີກ ຄື: ລະບົບຕາໜ່າງສາຍໃຍແກ້ວຍາວ 2.192 ກມ ເພີ້ມຂຶ້ນ 331 ກມ; ເສົາຮັບສົ່ງສັນຍານ(BTS) 180 ເສົາ ເພີ່ມຂຶ້ນ 30 ເສົາ; ລະບົບສົ່ງສັນຍານ 2G 137 ສະຖານີ ເພີ່ມຂຶ້ນ 7 ສະຖານີ, 3G 126 ສະຖານີ ເພີ່ມຂຶ້ນ 25 ສະຖານີ, 4G 129 ສະຖານີ ເພີ່ມຂຶ້ນ 61 ສະຖານີ; ບໍລິການໂທລະສັບຕັ້ງໂຕະ 32.485 ເລກໝາຍ, ມືຖື 131.387 ເລກໝາຍ ລວມ 163,872 ເລກໝາຍ = 100,56 % ຂອງປະຊາກອນ; ບໍລິການອິນເຕີເນັດແບບມີສາຍ 3.833 ເລກໝາຍ, ເນັດມືຖື 125.891 ເລກໝາຍ ລວມ 129.724 ເລກໝາຍ = 80% ຂອງປະຊາກອນ; ສັນຍານໂທລະສັບກວາມເອົາ 140 ບ້ານ = 99,3% ຍັງເຫຼືອ 1 ບ້ານ ຄື: ບ້ານພູຍາງ, ເມືອງພູວົງ; ດ້ານການສື່ສານ ແລະ ICT ໄດ້ສຸມໃສ່ກວດກາ, ຊຸກຍູ້ການນໍາໃຊ້ໂຟນີ, ເຄື່ອງບິນບັງຄັບ (Drone) ໃຫ້ຖືກຕ້ອງຕາມລະບຽບການ ໂດຍໄດ້ອອກໃບອະນຸຍາດນໍາໃຊ້ໂຟນີ 313 ເຄື່ອງ ຍົກເວັ້ນເກັບຄ່າທໍານຽມ, ຄ່າບໍລິ ການ 133 ເຄື່ອງ; ອະນຸຍາດນໍາໃຊ້ເບີສາຍດ່ວນ 4 ຕົວເລກ 7 ພາກສ່ວນ, ນໍາໃຊ້ປະຈຸບັນ 5 ພາກສ່ວນ, ຍົກເລີກ 2 ພາກສ່ວນ ຄື: ນໍ້າປະປາ ແລະໄຟຟ້າລາວ; ອອກອະນຸຍາດຮ້ານສ້ອມແປງຈຳໜ່າຍອຸປະກອນ ICT 79 ຮ້ານ, ອິນເຕີເນັດຄາເຟ 66 ຮ້ານ ແລະ ອະນຸຍາດຕິດຕັ້ງເສົາສົ່ງສັນຍານ (BTS) ໄດ້ 12 ສະຖານີ;  ຮ່ວມກັບກະຊວງ ຕສ ລົງສໍາຫຼວດ ກໍານົດຈຸດທີ່ຕັ້ງສະຖານີພາບຖ່າຍດາວທຽມໃນລະບົບ (CORS) ຢູ່ເມືອງໄຊເສດຖາ; ໃຫ້ການຕິດຕາມຄວາມຄືບໜ້າໂຄງການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີສະໜອງນໍ້າແບບປະສົມປະສານຮັບໃຊ້ການຜະລິດກະສິກໍາ ຢູ່ເມືອງສະໜາມໄຊ ມູນຄ່າລົງທຶນ 6,9 ຕື້ກີບ; ໃນນີ້ໄດ້ປະສານພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂບັນຫາແຜ່ນໂຊລາເຊວ 101 ແຜ່ນ ແລະ ອຸປະກອນຈໍານວນໜຶ່ງ ທີ່ຖືກລັກ; ປະຈຸບັນນີ້ໂຄງການດັ່ງກ່າວ ແມ່ນໄດ້ສໍາເລັດວຽກກໍ່ສ້າງ, ຕິດຕັ້ງອຸປະກອນ ແລະ ໄດ້ມອບ-ຮັບ ແລະ ໂອນ ໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ຄຸ້ມຄອງ ແລະ ວິໄຈຜົນໄດ້ຮັບ ໃນຂັ້ນຕໍ່ໄປ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍາດມາໄດ້ ພ້ອມທັງຊີ້ນໍາ ແລະ ເນັ້ນໜັກໃຫ້ມີການພັດທະນາທາງດ້ານຊັບພະຍາກອນມະນຸດ ພ້ອມກັບການປະສານສົມທົບກັບຂັ້ນສູນກາງ ເພື່ອຊອກຫາວິທີທາງແກ້ໄຂຂໍ້ຫຍຸ້ງຍາກໂດຍສະເພາະແມ່ນວຽກງານວິຊາສະເພາະກັບກົມທີ່ກ່ຽວຂ້ອງ, ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ແບ່ງຄວາມຮັບຜິດຊອບພາຍໃນພະແນກໃຫ້ເໝາະສົມຕາມຄວາມຮູ້ຄວາມສາມາດ, ເອົາໃຈໃສ່ໃນການພັດທະນາທາງດ້ານວິຊາການ, ຍົກລະດັບບຸກຄະລາກອນທາງດ້ານວຽກງານ 3 ສ້າງ ທັງໄລຍະສັ້ນ-ໄລຍະຍາວ, ພັດທະນາທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ພາສາຕ່າງປະເທດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃຫ້ໜັກແໜ້ນພາຍໃນໜ່ວຍພັກ, ບັນດາພະແນກການອ້ອມຂ້າງ ແລະ ຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃຫ້ນັບມື້ນັບຫຼາຍຂຶ້ນ.

ໂອກາດຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້, ຍັງໄດ້ມອບ ອຸປະກອນຮັບໃຊ້ວຽກງານໃຫ້ແກ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ອັດຕະປື ປະກອບມີ: ຄອມພິວເຕີຕັ້ງໂຕະ 01 ຊຸດ ໂດຍໃຫ້ກຽດມອບຂອງ ທ່ານ ຮອງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າຮັບໂດຍ ທ່ານຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ.

ຂ່າວ ແລະ ພາບ: ນາງ ທັດສະນີ ພົງບັນດິດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ