ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຕິດຕາມກວດກາການສົ່ງເສີມການຂາຍ (Promotion) ຂອງ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ

23/08/2023

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຕິດຕາມກວດກາການສົ່ງເສີມການຂາຍ (Promotion) ຂອງ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ

ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຕິດຕາມກວດກາການສົ່ງເສີມການຂາຍ ຫຼື ໂປຼໂມເຊິນ (Promotion) ປະຈໍາ 6 ເດືອນຕົ້ນປີ 2022 ແລະ ແຜນເຄື່ອນໄຫວ 6 ເດືອນທ້າຍປີ ປະຈຳປີ 2023 ຂຶ້ນໃນວັນທີ 22 ສິງຫາ 2023, ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກF ຂອງ ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ. ໂດຍການເປັນປະທານຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກຕສ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ປະກອບມີ ບັນດາກົມ/ທຽບເທົ່າພາຍໃນ ກຕສ ແລະ ຕາງໜ້າບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດເຂົ້າຮ່ວມ ຈຳນວນ 20 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ ຕິດຕາມກວດກາການສົ່ງເສີມການຂາຍ ປະຈໍາ 6 ເດືອນຕົ້ນປີ 2022 ແລະ ແຜນເຄື່ອນໄຫວ 6 ເດືອນທ້າຍປີ  ປະຈຳປີ 2023 ພະແນກດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປັບປຸງນິຕິກຳ ການຄົ້ນຄວ້າກຳນົດໂຄງສ້າງລາຄາໃຫ້ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດຊາບ.

ພາຍໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການຈັດການສົ່ງເສີມການຂາຍ,  ແພັກເກັດຕ່າງໆຜ່ານມາ, ສະເໜີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການໃຫ້ບໍລິການ, ການຂາຍ ແລະ ການຈັດການສົ່ງເສີມການຂາຍ ແລະ ບັນຫາອື່ນໆ ເພື່ອສະເໜີໃຫ້ ກຕສ ເປັນຂໍ້ມູນໃນການຄົ້ນຄວ້າປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບການແຂ່ງຂັນທາງດ້ານໃນໂທລະຄົມມະນາຄົມ ເພື່ອຊ່ວຍໃຫ້ມີການບໍລິການທີ່ຫຼາກຫຼາຍ, ລາຄາເໝາະສົມ ຊຸກຍູ້ໃຫ້ປະຊາຊົນເຂົ້າເຖິງການບໍລິການທາງດ້ານດິຈິຕອນ ແລະ ເປັນການຜັນຂະຫຍາຍນະໂຍບາຍການຫັນເປັນດິຈິຕອນຂອງກະຊວງ.

ບົດຂ່າວ: ພະແນກດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ, ອດທ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ