ເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ(Gov-X)

29/08/2023

ເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ(Gov-X)

ໃນຕອນເຊົ້າຂອງ ວັນທີ 28 ສິງຫາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ(UNDP) ປະຈຳ ສປປ ລາວ ຈັດພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ(Gov-X) ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ອາລຸນໄຊ ສຸນນະລາດ, ລັດຖະມົນຕີປະຈຳສຳນັກງານນາຍົກ, ມີຄະນະຜູ້ບໍລິຫານຈາກອົງການ UNDP ປະຈຳ ສປປ ລາວ , ບັນດາຮອງລັດຖະມົນຕີ, ຕາງໜ້າຈາກບັນດາກະຊວງ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດໂທລະຄົມ ແລະ ບໍລິສັດຜູ້ພັດທະນາລະບົບບໍລິການພາກລັດປະຕູດຽວ (Gov-X) ເຂົ້າຮ່ວມທັງໝົດ 130 ກວ່າທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ:​ ປັດຈຸບັນ, ເຕັກໂນໂລຊີດິຈິຕອນ ມີການພັດທະນາຢ່າງກ້າວກະໂດດ ແລະ ໄດ້ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊີວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໃຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫຼາຍປະເທດ ນຳໃຊ້ເຂົ້າໃນວຽກງານບໍລິຫານ ບໍລິການສັງຄົມ.  ນອກຈາກນັ້ນ, ສປປ ລາວ ໄດ້ມີວິໄສທັດຫັນເປັນເສດຖະກິດດິຈິຕອນ ໄລຍະ 20ປີ (2021-2040), ແຜນຍຸດທະສາດເສດຖະກິດດິຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດິຈິຕອນ ໄລຍະ 5ປີ (2021-2025) ຊຶ່ງໄດ້ປະກອບມີ 3 ເສົາຄ້ຳຄື: ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລັດຖະບານດິຈິຕອນ.

ໃນໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປັນໃຈກາງໃນການພັດທະນາ ແລະ ນຳເອົາເຕັກໂນໂລຊີດິຈິຕອນ ສະໜອງໃຫ້ແກ່ບັນດາກະຊວງ ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນ ລະບົບເຄືອຂ່າຍພາກລັດ(Government Network), ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊຸມທາງໄກ(Video Conference), ລະບົບການສື່ສານພາກລັດ(G-Chat), ລະບົບຈົດໝາຍເອເລັກໂຕຣນິກ(Email) ແລະ ລະບົບອື່ນໆ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ລັດຖະບານໄດ້ນຳໃຊ້ລະບົບກອງປະຊຸມທາງໄກ ເຮັດໃຫ້ສາມາດປະຫຍັດງົບປະມານຫຼາຍຮ້ອຍຕື້ກີບ.

ຈາກນັ້ນ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນນຳສະເໜີກ່ຽວກັບລະບົບບໍລິການພາກລັດປະຕູດຽວ(Gov-X) ເປັນລະບົບທີ່ພັດທະນາຂຶ້ນ ພາຍໃຕ້ໂຄງການສະໜັບສະໜູນການຫັນເປັນລັດຖະບານດິຈິຕອນ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຂອງ ອົງການ UNDP ພາຍໃຕ້ໂຄງການຊ່ວຍເຫຼືອດັ່ງກ່າວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສຳເລັດການສຳຫຼວດ ແລະ ປະເມີນຄວາມພ້ອມຂອງການຫັນເປັນລັດຖະບານດິຈິຕອນ (DMA – Digital Maturity Assessment) ບັນດາກະຊວງ ແລະ ແຂວງ/ນະຄອນຫຼວງ ທົ່ວປະເທດ ເຮັດໃຫ້ສາມາດຮັບຮູ້ໄດ້ເຖິງຄວາມພ້ອມຂອງ ສປປ ລາວ ໃນການທີ່ຈະຫັນພາກລັດເປັນດິຈິຕອນ ແລະ ປັດຈຸບັນ ແມ່ນກຳລັງຮ່າງແຜນແມ່ບົດຫັນເປັນລັດຖະບານດິຈິຕອນ(Digital Government Master Plan) ເພື່ອໃຫ້ຮູ້ໄດ້ເຖິງໜ້າວຽກຈຸດສຸມທີ່ພັກ-ລັດ ຈະຕ້ອງໄດ້ສຸມໃສ່ໃນໄລຍະ 5 ປີຕໍ່ໜ້າ. ພ້ອມນັ້ນ, ໃນໂຄງການຮ່ວມມືດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມມືກັບ UNDP ໃນການພັດທະນາໂຄງການລິເລີ່ມ ບໍລິການພາກລັດປະຕູດຽວ ຫຼື Gov-X ຊຶ່ງໄດ້ເຮັດວຽກຮ່ວມກັບ UNDP ແລະ ຂະແໜງການກ່ຽວຂ້ອງ ເປັນຕົ້ນ ກະຊວງ ສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການພັດທະນາ ແລະ ເຊື່ອມໂຍງ ບັນດາບໍລິການພາກລັດ ເຂົ້າກັບລະບົບ Gov-X.

ທ່ານໄດ້ໃຫ້ຮູ້ວ່າ: ລະບົບ Gov-x ເປັນລະບົບສູນລວມຂໍ້ມູນ ແລະ ການບໍລິການຂອງພາກລັດ ເພື່ອສ້າງເງື່ອນໄຂໃຫ້ ປະຊາຊົນ, ທຸລະກິດ ແລະ ພະນັກງານທີ່ເຮັດການບໍລິການສາທາລະນະ ໃນການເຂົ້າຫາຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູດຽວ ເທິງເຄື່ອງໂທລະສັບມືຖືສະມາດໂຟນ, ໂດຍປະກອບມີລະບົບບໍລິການເບື້ອງຕົ້ນດັ່ງນີ້: ລະບົບລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງ(3 ແກຣັບ) ແມ່ນແອັບທີ່ໃຫ້ປະຊາຊົນ ສາມາດລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງໄດ້ຜ່ານລະບົບອອນລາຍ ຕະຫຼອດ 24 ຊົ່ວໂມງ; ລະບົບກວດສອບຂໍ້ມູນບັດປະກັນສັງຄົມ(LSSO) ຊຶ່ງຜູ້ນຳໃຊ້ບໍລິການສາມາດເຂົ້າໄປກວດສອບຂໍ້ມູນບັດປະກັນສັງຄົມຂອງຕົນໂດຍການປ້ອນລະຫັດບັດເຂົ້າແລ້ວ ລະບົບຈະສະແດງຂໍ້ມູນພື້ນຖານປະກັນສັງຄົມເຊັ່ນ: ຊື່ໂຮງໝໍ ແລະ ຂໍ້ມູນປະກັນສັງຄົມຂອງຄອບຄົວ; ລະບົບຄັງປັນຍາລາວ ເປັນລະບົບສື່ການສອນແບບອອນລາຍ, ຜູ້ໃຊ້ສາມາດເຂົ້າໄປຮຽນວິຊາຕ່າງໆຕັ້ງແຕ່ລະດັບ ປໍ1 ໄປຈົນຮອດ ມໍ7 ແລະ ມີຫຼັກສູດສຳລັບການເພີ່ມທັັກສະໃນການສອນໃຫ້ກັບອາຈານ ໂດຍບໍ່ເສຍຄ່າ; ລະບົບລວມສູນແບບຟອມ ແລະ ເອກະສານທາງການ ເພື່ອໃຫ້ປະຊາຊົນ ສາມາດດາວໂຫຼດແລ້ວປະກອບເອກະສານ ຕ່າງໆ ໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນເດີນທາງໄປປ່ອງບໍລິການ; ລະບົບຂໍ້ມູນວິສາຫະກິດແຫ່ງຊາດ(NED) ເພື່ອກວດສອບທະບຽນວິສາຫະກິິດຂອງບັນດາບໍລິສັດວິສາຫະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ວ່າໄດ້ຈົດທະບຽນວິສາຫະກິດແລ້ວ ຫຼື ບໍ່ ແລະ ລະບົບໃບຂັບຂີ່ດິຈິຕອນ(e-Driving License) ເພື່ອລົງທະບຽນໃບຂັບຂີ່ໃຫ້ເປັນຮູບແບບດິຈິຕອນ, ປັດຈຸບັນ ແມ່ນກຳລັງດຳເນີນການປະສານສົມທົບກັບກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການເຊື່ອມຕໍ່ຂໍ້ມູນກັບລະບົບຖານຂໍ້ມູນໃບຂັບຂີ່.

ລະບົບ Gov-X ຍັງຈະເປັນຊ່ອງທາງໃນການໂຄສະນາ, ສົ່ງເສີມ ແລະ ຊຸກຍູ້ໃຫ້ປະຊາຊົນມີການນຳໃຊ້ລະບົບຕ່າງໆທີ່ທາງພາກລັດໄດ້ເປີດໃຫ້ບໍລິການ, ເປັນລະບົບທີ່ຮວບຮວມເອົາບັນດາລະບົບຕ່າງຂອງພາກລັດທີ່ບໍລິການໃຫ້ປະຊາຊົນໄວ້ຢູ່ບ່ອນດຽວ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການຕ່າງໆໄດ້ງ່າຍດ້ວຍແອັບດຽວ ຊຶ່ງສາມາດດາວໂຫຼດໄດ້ທີ່ App Store ແລະ Play Store ແລະ ຍັງມີຫຼາຍການບໍລິການຂອງພາກລັດທີ່ຈະເຊື່ອມໂຍງຕື່ມໃນອານາຄົດ.

         

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ