31/08/2023

ໃນຕອນບ່າຍຂອງວັນທີ 30 ສິງຫາ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດດອນຕິ້ວ) ໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະກາດການຈັດຕັ້ງ ແລະ ຮັບຊົມຮູບເງົາຫວນຄືນມູນເຊື້ອ 03 ວັນປະຫວັດສາດສໍາຄັນຂອງພັກ-ຂອງຊາດ ຄື: ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ(15 ສິງຫາ 1991-15 ສິງຫາ 2023), ວັນຢຶດອໍານາດທົ່ວປະເທດ ຄົບຮອບ 78 ປີ(23 ສິງຫາ 1945-23 ສິງຫາ 2023) ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 56 ປີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ຄະນະໜ່ວຍພັກ ບັນດາກົມ/ທຽບເທົ່າ, ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກບໍລິສັດອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກພັກ ຫຼັກແຫຼ່ງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ຄໍາພູ ດວງຖະໜອມ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຊຶ່ງໃນໄລຍະຜ່ານມາບັນດາໜ່ວຍພັກ, ຄະນະພັກຮາກຖານ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງຕົນ ແຕ່ລະໜ່ວຍພັກໄດ້ມີການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບພາຍໃນໜ່ວຍຢ່າງລະອຽດ ເພື່ອນໍາພາຈັດຕັ້ງປະຕິບັດຕາມແຜນທີ່ກໍານົດໄວ້ ໂດຍມີບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງສະມາຊິກພັກ ພ້ອມທັງປະເມີນຜົນຢ່າງລະອຽດພາວະວິໄສ ທີ່ສ່ອງແສງໄດ້ເຖິງສະພາບຄວາມເປັນຈິງຂອງການເຄື່ອນໄຫວ ຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ເພື່ອຕີລາຄາປະເພດໜ່ວຍພັກ ໂດຍປະຕິບັດຕາມແນວທາງຂອງພັກ, ກົດໝາຍຂອງລັດ ມີການເຄື່ອນໄຫວຕາມແບບແຜນທີ່ໄດ້ກຳນົດໄວ້ ແລະ ສືບຕໍ່ປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ. ໂດຍສະເພາະເອົາໃຈໃສ່ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ ໂດຍຖືເອົາໜ້າທີ່ການເມືອງຂອງຕົນປະຕິບັດຕາມ 05 ເນື້ອໃນຄື: ນຳພາດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນຳພາ ແລະ ປະຕິບັດໜ້າທີ່ການເມືອງ. ຫຼັງຈາກນັ້ນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃຫ້ແກ່ 11 ໜ່ວຍພັກ ແລະ 02 ຄະນະພັກຮາກຖານ (ຈໍານວນ 14 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ) ລວມທັງໝົດ 25 ໜ່ວຍພັກ ທີ່ສາມາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022.
ໃນໂອກາດດຽວກັນນີ້, ສະຫາຍ ຈັນທະວີພອນ ເຄືອບຄໍາວອນ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານນຳພາຂັ້ນຮອງຫົວໜ້າກົມ ຈຳນວນ 3 ທ່ານ ຄື: ທ່ານ ມັງກອນ ແກ້ວຄໍາດີ ເປັນຮອງຫົວໜ້າກົມກວດກາ, ທ່ານ ສຸເນດໂຕ ຊາພັກດີ ເປັນຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ ມອນສິລິ ດວງມະນີ ເປັນຮອງກົມຄື້ນຄວາມຖີ່ວິທະຍຸສື່ສານ. ພ້ອມນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຫົວໜ້າພະແນກ ແລະ ຮອງພະແນກ ພາຍໃນ ກຕສ ຈຳນວນໜຶ່ງອີກດ້ວຍ.
ໃນຕອນທ້າຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຍັງໄດ້ມີຄໍາເຫັນຕໍ່ພິທີ ຊື່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ບັນດາໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມທັງ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານທັງໝົດ ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານ ທັງວຽກພັກ ຫຼື ວຽກລັດ ທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານໄດ້ເນັ້ນຄືນກ່ຽວກັບຮູບເງົາ 03 ມູນເຊື້ອວັນສຳຄັນຂອງຊາດທີ່ໄດ້ນໍາມາເຜີຍແຜ່ຄັ້ງນີ້ ໃຫ້ສືບຕໍ່ຖອກຖອນເອົາບົດຮຽນການນໍາພາອັນສະຫຼາດສ່ອງໃສຂອງພັກທີ່ສາມາດຍຶດອໍານາດໄດ້ ຍອມເສຍສະຫຼະຊີວິດເພື່ອປະເທດຊາດ. ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍ ໃນເມື່ອກ່ອນ ກໍຄືການຫັນເປັນດິຈິຕອນ ຂອງປະເທດເຮົາ ໃນປັດຈຸບັນ ຊຶ່ງນັບມື້ນັບມີບົດບາດຄວາມສໍາຄັນ ຕໍ່ການດໍາລົງຊີວິດ ແລະ ການພັດທະນາປະເທດ ໂດຍພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ແລະ ບຸກທະລຸໃນ 03 ເສົາຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ຖືເປັນພາລະກໍາປະຫວັດສາດທີ່ພັກ-ລັດ ໄດ້ມອບໝາຍໃຫ້ ກຕສ ນໍາພາປະເທດຊາດພວກເຮົາຫັນເປັນດິຈິຕອນໃຫ້ປະສົບຜົນສໍາເລັດ.