ຄະນະນໍາ ກຕສ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ

31/08/2023

ຄະນະນໍາ ກຕສ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ

ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ(ກຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ບ໋າ ຮຸ່ງ (Nguyen Ba Hung), ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສ ປປ ລາວ ໃນວັນທີ 29 ສິງຫາ 2023 ທີ່ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນສຳຄັນຂອງຊາວຫວຽດນາມ ກໍຄື ວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ (02/09/1945-02/09/2023).

ໃນໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງກ່າວອວຍພອນເນື່ອງໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ. ພ້ອມນັ້ນ, ທ່ານຍັງໄດ້ກ່າວເຖີງມູນເຊື້ອສອງຊາດ ລາວ-ຫວຽດນາມ ແມ່ນມີຄວາມຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຈິງໃຈເຫັນໄດ້ເຖິງຄວາມສຳຄັນ ຄວາມສາມັກຄີອ້າຍນ້ອງ ລາວ-ຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ສະແດງອອກໃນການຈັດກິດຈະກຳໃນວັນສຳຄັນຕ່າງໆ ເຊັ່ນ: ການແຂ່ງຂັນບົດກະວີ, ປະກວດບົດເພງ ທີ່ກ່ຽວຂ້ອງກັບມິດຕະພາບລາວ-ຫວຽດນາມ ແລະ ອື່ນໆ. ພ້ອມນັ້ນ, ທ່ານຍັງໄດ້ລາຍງານໂດຍຫຍໍ້ສະພາບການພົວພັນຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ ພ້ອມທັງຈະສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຄວາມສາມັກຄີພິເສດ ລາວ-ຫວຽດນາມ ຊຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະຮັບເອົາຄຳສັ່ງສອນ ຂອງ ທ່ານ ໂຮ່ຈີມິນ, ທ່ານ ໄກສອນ ພົມວິຫານ ແລະ ທ່ານ ສຸພານຸວົງ ຜູ້ນຳທີ່ຍິ່ງໃຫຍ່ນຳໄປປະຕິບັດ ດ້ວຍຄວາມເຄົາລົບຮັກ.

ພ້ອມດຽວກັນ, ທ່ານ ຫງວຽນ ບ໋າ ຮຸ່ງ ກໍໄດ້ກ່າວສະແດງຄວາມຮູ້ສຶກຕື້ນຕັນໃຈ ປິຕິຊົມຊື່ນ ແລະ ຂອບໃຈ ທີ່ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າມາອວຍພອນໃນໂອກາດວັນຊາດ ຫວຽດນາມ ໃນຄັ້ງນີ້. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖີງສະພາບການຄວາມຫຍຸ້ງຍາກນາໆປະການຂອງສອງປະເທດໄລຍະຜ່ານມາ ແຕ່ດ້ວຍຄວາມຄວາມສະໜິດຕິດແທດສອງປະເທດເຮົາກໍສາມາດຜ່ານຜ່າມາໄດ້ ປຽບເໝືອນຮ່ວມສາຍພູຫຼວງແມ່ນ້ຳລຳເຊດຽວກັນ, ຮ່ວມມືສາຍພົວພັນພິເສດເລິກເຊິ່ງຈິງໃຈບໍລິສຸດ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ ບົນຫຼັກການກົດໝາຍສາກົນ ແລະ ທ່ານຍັງໄດ້ສະແດງຄວາມຫວັງວ່າການຮ່ວມມືລະຫວ່າງສອງປະເທດພວກເຮົາຈະນັບມື້ນັບເພິ່ມທະວີຂຶ້ນໄປເທື່ອລະກ້າວ.

ຂຽນຂ່າວ ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ