01/09/2023

ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການສ້າງມາດຕະຖານເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນຂົງເຂດປະເທດອາຊຽນ (Establishment of the Standard to Exchange Data and Information Related to Disaster in the ASEAN Region ໃນລະຫວ່າງວັນທີ 30-31 ສິງຫາ 2023 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຜູ້ຕາງໜ້າຈາກບັນດາສະມາຊິກປະເທດອາຊຽນ, ຊ່ຽວຊານທີ່ປຶກສາຈາກ JTEC, ປະເທດຍິປຸ່ນ ແລະ ຕາງໜ້າຈາກ ສູນຊ່ວຍເຫຼືອຄຸ້ມຄອງໄພພິບັດອາຊຽນ AHA centre, ບັນດາກະຊວງ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດຈໍານວນ 50 ທ່ານ.
ກອງປະຊຸມຄັ້ງນີ້ ເປັນໜຶ່ງໃນກິດຈະກໍາຂອງໜ່ວຍງານດິຈິຕອນອາຊຽນ ປະຈໍາປີ 2023(ASEAN Digital Workplan 2023) ທີ່ ສປປ ລາວ ເປັນເຈົ້າພາບ ໂດຍການສະໜັບສະໜູນຈາກກອງທຶນໄອຊີທີ ອາຊຽນ-ຍີ່ປຸ່ນ (ASEAN Japan ICT Fund) ເພື່ອສຶກສາບັນດາມາດຕະຖານຂໍ້ມູນ ແລະ ໝູນໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານຄຸ້ມຄອງ ແລະ ປະສານງານ, ການແຈ້ງເຕືອນ, ການຄຸ້ມຄອງໄພພິບັດ ແລະ ແບ່ງປັນບົດຮຽນ ແລະ ປະສົບການຂອງບັນດາປະເທດອາຊຽນ ແລະ ປະເທດຍີ່ປຸ່ນ. ການສຶກສາໄດ້ອີງໃສ່ແຜນແມ່ບົດອາຊຽນໄອຊີທີດິຈິຕອນ 2025, ແຜນຍຸດທະສາດໄອຊີທີກ່ຽວກັບວຽກງານການຄຸ້ມຄອງໄພພິບັດ ປີ 2025
ກອງປະຊຸມໄດ້ຮັບຟັງການລາຍງານຈາກ ປະເທດສະມາຊິກອາຊຽນ ກ່ຽວກັບ ສະພາບການພັດທະນາຂອງຕົນ ແລະ ປືກສາຫາລື ແນວທາງການສ້າງມາດຕະຖານຂອງການແລກປ່ຽນຂໍ້ມູນໄພພິບັດ ແລະ ຊ່ຽວຊານຈາກ ປະເທດ ຍິປຸ່ນ ໄດ້ນໍາສະເໜີຜົນການສຶກສາ ແລະ ວິເຄາະແບບສອບຖາມ ເບື້ອງຕົ້ນ ພ້ອມໄດ້ຍົກຕົວຢ່າງສະຖານະການປັດຈຸບັນຂອງລະບົບແຈ້ງເຕືອນໄພພິບັດທີ່ປະເທດຍິປຸ່ນ ແລະ ບັນດາສິ່ງທ້າທາຍທີ່ບັນດາປະເທດອາຊຽນ. ພ້ອມນັ້ນ, ຍັງໄດ້ຮັບຟັງບົດນຳສະເໜີ ຈາກຜູ້ຕາງໜ້າສູນ ASEAN Coordinating Center for Humanitarian Assistance on disaster management (AHA Center).
ໃນມື້ທີ 2 ຜູ້ເຂົ້າຮ່ວມຈາກປະເທດ ສະມາຊິກ ອາຊຽນ ແລະ ຍິປຸ່ນໄດ້ເຂົ້າຮ່ວມທັດສະນະສຶກສາ ທີ່ ບໍລິສັດ ດາວທຽມລາວ ເພື່ອຮັບຟັງການນໍາສະເໜີ ສະພາບລວມ ຂອງດາວທຽມລາວ, ບັນດາການບໍລິການ ແລະ ໄດ້ຢ້ຽມຊົມຫ້ອງປະຕິບັດການ, ເພື່ອເປັນແນວທາງໃນການຮ່ວມມືຕໍ່ໜ້າ ແລະ ແນະນໍາທາງເລືອກ ເພື່ອໃຫ້ບັນດາປະເທດ ສະມາຊິກ ພິຈາລະນາ ການນໍາໃຊ້ເຕັກໂນໂລຊີ ດາວທຽມລາວ ໃນການສື່ສານ ແລະ ການຄຸ້ມຄອງໄພພິບັດໃນອານາຄົດ.
ຜົນຂອງກອງປະຊຸມຄັ້ງນີ້ ຈະຖືກລາຍງານໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ລັດຖະມົນຕິດິຈິຕອນອາຊຽນ ຄັ້ງທີ 4 ເພື່ອພິຈາລະນາ ແລະ ຮັບຮອງໃນທ້າຍປີ 2023.