ຮ່ວມມືເພື່ອສຶກສາວຽກງານການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຢູ່ ສປປ ລາວ

05/09/2023

 ຮ່ວມມືເພື່ອສຶກສາວຽກງານການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຢູ່ ສປປ ລາວ

ໃນຕອນບ່າຍວັນທີ 1 ກັນຍາ 2023, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນບໍລິຫານລັດດິຈິຕອນ ຮ່ວມກັບ ກະຊວງ ພາຍໃນ ແລະ ການສື່ສານ, ປະເທດ ຍີ່ປຸ່ນ ພ້ອມດ້ວຍບໍລິສັດ Ryobi System, ບໍລິສັດ NEC Corporation ໄດ້ຈັດກອງປະຊຸມຮ່ວມມື ເພື່ອສຶກສາວຽກງານການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຢູ່ ສປປ ລາວ (Feasibility Study for Developing Digital ID in Lao PDR) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;  ມີທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ທ່ານ Shinya SHIMADA, ຕາງໜ້າກະຊວງ ພາຍໃນ ແລະ ການສື່ສານ, ປະເທດ ຍີ່ປຸ່ນ ພ້ອມດ້ວຍຕາງໜ້າ ບໍລິສັດ Ryobi System, ບໍລິສັດ NEC Corporation ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 25 ທ່ານ.

  ຈຸດປະສົງຂອງງານກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຮ່ວມກັນໃນການສ້າງກອບການຮ່ວມມື ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຢູ່ ສປປ ລາວ ແລະ ເພື່ອແນະນຳແຕ່ລະພາກສ່ວນ ທີ່ມີບົດບາດສຳຄັນໃນການພັດທະນາລະບົບດັ່ງກ່າວ ຂອງສອງຝ່າຍ.

ໃນກອງປະຊຸມ ໄດ້ນຳສະເໜີຄວາມເປັນມາຂອງແຜນຮ່ວມມືດ່ັງກ່າວ, ແຜນງານເບື້ອງຕົ້ນ ແລະ ແຜນການເຄື່ອນໄຫວຂອງການຮ່ວມມື, ຊຶ່ງຜູ້ເຂົ້າຮ່ວມປະຊຸມ ກໍ່ໄດ້ມີການປະກອບຄຳຄິດຄຳເຫັນ ເພື່ອຄວາມເປັນເອກະພາບ ແລະ ສ້າງຄວາມເປັນໄປໄດ້ໃນການຮ່ວມມືຄັ້ງນີ້.

          ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ຍົກໃຫ້ເຫັນຄວາມສຳຄັນຂອງການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ (Digital ID) ແລະ ໃຫ້ສືບຕໍ່ຮ່ວມກັນສອງຝ່າຍ ເພື່ອພັດທະນາລະບົບເຕັກໂນໂລຊີດິຈິຕອນໃນ ສປປ ລາວ ຕອບສະໜອງການຫັນເປັນດິຈີຕອນ ຕາມຍຸດທະສາດເສດຖະກິດດິຈິຕອນ ທີ່ລັດຖະບານໄດ້ປະກາດນຳໃຊ້. ພ້ອມກັນນັ້ນ, ກໍໃຫ້ທາງສູນບໍລິຫານລັດດິຈິຕອນ ປະສານສົມທົບກັບ ບໍລິສັດ Ryobi System, ບໍລິສັດ NEC Corporation ຄົ້ນຄວ້າທາງດ້ານນິຕິກຳ ແລະ ເຕັກນິກ ເພື່ອເຮັດໃຫ້ການຮ່ວມມືມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.    

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ