06/09/2023

ໃນຕອນເຊົ້າ ຂອງວັນທີ 01 ກັນຍາ 2023, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີ ມອບ-ຮັບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ສາຂາວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິສະວະກໍາເຕັກໂນໂລຊີການສື່ສານ ຫຼັກສູດຊັ້ນສູງ ລະບົບ 03 ປີ ຮຸ່ນທີ 39 ສົກສຶກສາ 2022-2023 ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 01 (ຕຶກ E) ຂອງສະຖາບັນດັ່ງກ່າວ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ແລະ ບັນດາຄູອາຈານ, ນັກສຶກສາພາຍໃນສະຖາບັນ ເຂົ້າຮ່ວມ ຈຳນວນ 140 ກວ່າທ່ານ.
ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຮັກສາການຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ໃຫ້ຮູ້ວ່າ: ຫຼັກສູດຊັ້ນສູງ ສາຂາ ວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິສະວະກໍາເຕັກໂນໂລຊີການສື່ສານ ແມ່ນໄດ້ຮັບຮອງຈາກ ກະຊວງສຶກສາທິການ ແລະ ກິລາ, ຊຶ່ງຈັດຕັ້ງສືບຕໍ່ໃນການຮຽນ-ການສອນເປັນລະບົບ ລວມມີ ພາກປົກກະຕິ ຫຼັກສູດການຮຽນ ມີວິຊາຮຽນທັງໝົດ 78 ວິຊາ, ມີ 195 ໜ່ວຍກິດ, ທັງ 02 ສາຂາ ມີຊົ່ວໂມງຮຽນຕົວຈິງທັງໝົດ 7,824 ຊົ່ວໂມງ, ປະຕິບັດໄດ້ຕົວຈິງ 7,041 ຊົ່ວໂມງ (ສາເຫດປະຕິບັດບໍ່ໄດ້ຕາມແຜນແມ່ນເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19). ຊຶ່ງປັດຈຸບັນມີນັກສຶກສາທັງໝົດ 301 ຄົນ, ຍິງ 118 ຄົນ, ໃນນັ້ນ ມີນັກສຶກສາທີ່ຈົບໃນສົກຮຽນ 2022-2023 ທັງໝົດ 99 ຄົນ, ຍິງ 49 ຄົນ.
ທ່ານໃຫ້ຮູ້ຕື່ມວ່າ: ນັກສຶກສາ ຊັ້ນສູງ ລະບົບ 03 ປີ ຮຸ່ນທີ 39 ພາກປົກກະຕິ ມີຈໍານວນທັງໝົດ 140 ຄົນ, ຍິງ 71 ຄົນ, ຜ່ານການຮຽນ 03 ປີ ມີນັກສຶກສາອອກກາງພາກຮຽນ, ປະລະການຮຽນ, ໂຈະການຮຽນ ແລະ ຜິດກົດລະບຽບຂອງສະຖາບັນ ຈໍານວນ 40 ຄົນ (ສະເລ່ຍ 28,57%), ນັກສຶກສາຍັງເຫຼືອຕົວຈິງ ຈໍານວນ 100 ຄົນ, ຍິງ 49 ຄົນ (ສະເລ່ຍ 71,43%), ນັກສຶກສາມີລາຍຊື່ປ້ອງກັນ 100 ຄົນ, ຍິງ 49 ຄົນ, ບໍໍ່ໄດ້ປ້ອງກັນ 01 ຄົນ, ຍິງ 00 ຄົນ, ປ້ອງກັນຕົວຈິງ 99 ຄົນ (ສະເລ່ຍ 99%), ສໍາລັບນັກສຶກທີ່ຍັງບໍ່ໄດ້ປ້ອງກັນແມ່ນ 1%.
ໂອກາດດຽວກັນນີ້, ຍັງໄດ້ມີພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາທີ່ສໍາເລັດການສຶກສາ ທັງ 02 ສາຂາ ຊຶ່ງໃຫ້ກຽດມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ແລະ ໃບຍ້ອງຍໍນັກສຶກສາຮຽນດີ-ຮຽນເກັ່ງ, ໃບຍ້ອງຍໍໃຫ້ແກ່ນັກສຶກສາຜູ້ທີ່ມີຜົນງານປະກອບສ່ວນໃນການເຄື່ອນໄຫວກິດຈະກໍານອກຫຼັກສູດ ຊຶ່ງໃຫ້ກຽດມອບໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ.
ໃນພິທີດັ່ງກ່າວນີ້, ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງ ແກ່ນແທ້ຂອງວຽກງານບຸກຄະລາກອນ ໂດຍສະເພາະໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຖືເປັນໜຶ່ງໝາກຫົວໃຈຫຼັກຂອງວຽກງານການຫັນເປັນດິຈິຕອນຂອງຊາດເຮົາ. ໂດຍເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວນັ້ນ ໃນຕໍ່ໜ້າກະຊວງຍັງມີແຜນໃນການຍົກລະດັບສະຖາບັນໃຫ້ທຽບເທົ່າມະຫາວິທະຍາໄລ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງເນັ້ນໜັກໃຫ້ບັນດານັກສຶກສາຈົບໃໝ່ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ ແລະ ເອົາໃຈໃສ່ປະກອບສ່ວນຮອບດ້ານເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ບັນດາວຽກງານທີ່ຕິດພັນການຫັນເປັນທັນສະໄໝ ໃນທຸກຂົງເຂດວຽກງານທີ່ຕົນເອງຈະຮັບຜິດຊອບໃນອະນາຄົດຕໍ່ໜ້າ.
ຂຽນຂ່າວ: ພຸດດາວອນ