ລົງນາມການຮ່ວມມືຫັນເປັນດິຈິຕອນ ຂອງວຽກງານບໍລິການຈັດຫາງານ

06/09/2023

ລົງນາມການຮ່ວມມືຫັນເປັນດິຈິຕອນ ຂອງວຽກງານບໍລິການຈັດຫາງານ

ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃຫ້ເປັນຮູບປະທໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີການຈັດກອງປະຊຸມການນໍາລະດັບສູງ ໃນງານສັບປະດາດິຈິຕ໋ອນ (Digital Week) ໃນທ້າຍປີ 2022 ຜ່ານມາ ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຂອງບັນດາກະຊວງຕ່າງໆເຂົ້າຮ່ວມ ເພື່ອທໍາຄວາມເຂົ້າໃຈ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ແນໃສ່ຊຸກຍູ້ສົ່ງເສີມວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໄປຕາມ 3 ເສົາຄໍ້າຍຸດທະສາດການພັດທະນາດິຈິຕອນ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ໂດຍອີງໃສ່ຜົນຂອງກອງປະຊຸມໃນຄັ້ງນັ້ນ, ກົມເຕັກໂນໂລຊີດິຈິຕອນ ຈຶ່ງໄດ້ສືບຕໍ່ລົງຊຸກຍູ້ການຫັນເປັນດິຈິຕອນຂອງບັນດາຂະແໜງການ ຊຶ່ງໄດ້ມີການຈັດກອງປະຊຸມປືກສາຫາລື ຮ່ວມກັບ ກົມການຈັດຫາງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການຮ່ວມມືກັນຫັນວຽກແຮງງານ ແລະ ສະຫວັດດີການສັງຄົມເປັນທັນສະໄໝ ກໍຄືວຽກການບໍລິການຈັດຫາງານຢູ່ ສປປ ລາວ.

ໃນວັນທີ 01 ກັນຍາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດ ສນຍ) ຈຶ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຫັນເປັນດິຈິຕອນ ຂອງວຽກງານບໍລິການຈັດຫາງານ ລະຫວ່າງ ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກຕສ ແລະ ທ່ານ ນາງ ໃບຄໍາ ຂັດຕິຍະ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານຮອງລັດຖະມົນຕີ ກຕສ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມທັງສອງຝ່າຍ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ.

ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ໄດ້ກ່າວວ່າ: ຈຸດປະສົງ ຂອງການຮ່ວມມື ລະຫວ່າງ ສອງກະຊວງໃນຄັ້ງນີ້ ກໍເພື່ອສ້າງເງື່ອນໄຂໃຫ້ທັງສອງຝ່າຍ ໄດ້ຮ່ວມກັນສຶກສາຄວາມເປັນໄປໄດ້ກ່ຽວກັບການຫັນເປັນດິຈິຕອນ ເຂົ້າໃນວຽກງານຄົ້ນຄວ້າ, ພັດທະນາ ແລະ ການບໍລິການຈັດຫາງານ ແນໃສ່ສ້າງມາດຕະຖານລະບົບໃນການບໍລິຫານ-ຄຸ້ມຄອງພະນັກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເປັນຕົ້ນ: ການປະກາດຮັບພະນັກງານ, ການຂຶ້ນທະບຽນ/ປົດປ່ອຍແຮງງານ, ການຂໍອະນຸຍາດນໍາໃຊ້ແຮງງານຕ່າງປະເທດ, ຊີວະປະຫວັດພະນັກງານ, ການຈ່າຍປະກັນສັງຄົມ, ການຈ່າຍອາກອນເງິນເດືອນ ແລະ ອື່ນໆ ເພື່ອການຫັນເປັນທັນສະໄໝຂອງວຽກງານກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕອບສະໜອງໄດ້ກັບຄວາມຕ້ອງການຫັນເປັນດິຈິຕອນ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ ຕາມວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງລັດຖະບານ. ໂດຍທັງສອງຝ່າຍ ຈະໄດ້ສຸມໃສ່ການສຶກສາຄົ້ນຄວ້າ, ພັດທະນາ ແລະ ເລືອກເຟັ້ນ ບັນດາຜະລິດຕະພັນ, ໂຊລູຊັນ ແລະ ສ້າງມາດຕະຖານລະບົບເຕັກໂນໂລຊີດິຈິຕອນ ກ່ຽວກັບການບໍລິຫານ-ຄຸ້ມຄອງພະນັກງານ ສໍາລັບຫົວໜ່ວຍແຮງງານ ເປັນຕົ້ນ: ການພັດທະນາແພັດຟອມ, ຊອບແວ/ໂປຣແກຣມ, ແອັບພລີເຄຊັນ, ການເຊື່ອມໂຍງລະບົບເຄືອຂ່າຍຂໍ້ມູນຜ່ານລະບົບ API ແລະ ການພັດທະນາບຸກຄະລາກອນ ຮັບປະກັນສິດຜົນປະໂຫຍດທັງສອງຝ່າຍຕາມຈຸດປະສົງຂອງໂຄງການຮ່ວມມື.

ພາບ ແລະ ຂ່າວ: ນາງ ເລັກເຊ່ຍ ສຸດທິວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ