ປະກາດ ແຕ່ງຕັ້ງທ່ານ ໄຊລືຊາ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີ ກຕສ

08/09/2023

ປະກາດ ແຕ່ງຕັ້ງທ່ານ ໄຊລືຊາ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີ ກຕສ

ໃນຕອນເຊົ້າຂອງວັນທີ 08 ກັນຍາ 2023, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີປະກາດການແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າສະຖາບັນ ແລະ ຮັກສາການຫົວໜ້າກົມ ພ້ອມທັງເຜີຍແຜ່ເອກະສານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິຍາ ພົມມີສິດ, ຕາງຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຂຶ້ນດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ: 267/ນຍ, ລົງວັນທີ 29 ສິງຫາ 2023 ໂດຍໄດ້ແຕ່ງຕັ້ງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຈາກນັ້ນ, ທ່ານ ຄໍາພູ ດວງຖະໜອມ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 269/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໄດ້ແຕ່ງຕັ້ງທ່ານ ປະດັບໄຊ ໄຊຍະໂຄດ ເປັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກຕສ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ: 2357/ກຕສ, ລົງວັນທີ 06 ກັນຍາ 2023 ແຕ່ງຕັ້ງ ທ່ານ ສົມພອນ ສີຫາລາດ ເປັນຮັກສາການຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ. ພ້ອມດຽວກັນນັ້ນ, ທ່ານ ນາງ ສຸພາລັກ ສີລາເພັດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາການປະເມີນຜົນງານຂອງພະນັກງານ-ລັດຖະກອນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ມອບໃບຍ້ອງຍໍແກ່ພະນັກງານປະຈຳປີ 2022.

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໂດຍສະເພາະແມ່ນຮອງລັດຖະມົນຕີ ແລະ ຫົວໜ້າໜ້າສະຖາບັນ, ຮັກສາການຫົວໜ້າກົມ ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີຜົນງານຢ່າງຫຼວງຫຼາຍໃນການຊີ້ນໍາ-ນໍາພາ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກອ້າຍນ້ອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ ສືບຕໍ່ຂະຫຍາຍມູນເຊື້ອ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມແຂງແຮງ, ເພີ່ມທະວີໃຫ້ອົງຄະນະພັກມີເຂັ້ມແຂງ, ໂປ່ງໃສ ແລະ ໜັກແໜ້ນ ແລະ ຮຽກຮ້ອງໃຫ້ສືບຕໍ່ເອົາໃຈໃສ່ວຽກງານດ້ານການເມືອງ-ແນວຄິດ, ເອົາໃຈໃສ່ວຽກວິຊາສະເພາະ, ສືບຕໍ່ເສີມຂະຫຍາຍທ່າແຮງ, ກໍ່ສ້າງຕົນເອງ, ຍົກລະດັບວິຊາສະເພາະສ້າງແນວຄິດການເມືອງໃຫ້ໜັກແໜ້ນ ໂດຍສະເພາະແມ່ນ ການຫັນເປັນດິຈິຕ໋ອນ ແລະ ການຫັນເປັນທັນສະໄໝ ຂອງປະເທດເຮົາ ໃຫ້ປະສົບຜົນສໍາເລັດ ໃຫ້ສົມກັບ ພັກ-ລັດ ໄດ້ມອບພາລະກິດສໍາຄັນໃຫ້ກະຊວງພວກເຮົາເປັນແກນກາງໃນການນໍາພາ ຂະແໜງການໃນການຫັນເປັນທັນສະໄໝ.

ພ້ອມດຽວກັນ, ທ່ານ ຍັງໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແນໃສ່ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນ ການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ຖືກຕ້ອງຕາມກົດລະບຽບພັກ, ເພີ່ມທະວີຄວາມ ສາມັກຄີ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ, ເສີມຂະຫຍາຍປະຊາທິປະໄຕ, ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບ ຂອງຄະນະພັກ ແຕ່ລະຂັ້ນ ແລະ ບັນດາອົງການຈັດຕັ້ງ ໃນລະບົບ ການເມືອງ; ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX; ຕິດພັນກັບການ ປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງທ້ອງຖິ່ນ, ຂະແໜງການ. ພ້ອມນັ້ນ, ກໍກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ໜ້າ ຂອງ ຄະນະພັກ ຂັ້ນຕົ້ນ ໃຫ້ສອດຄ່ອງກັບຄວາມເປັນຈິງ, ພາວະວິໄສ, ຮອບດ້ານ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຄັດເລືອກເອົາບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ, ເພື່ອບຸກທະລຸການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ; ເພື່ອຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານ ໃນທົ່ວອົງຄະນະພັກ, ປຸກລະດົມສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາ ປະເທດຊາດ, ພັດທະນາທ້ອງຖິ່ນ ແລະ ຂະແໜງການຕົນ ໃຫ້ກາຍເປັນຂະບວນການກວ້າງຂວາງ, ຟົດຟື້ນ, ຕໍ່ເນື່ອງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ