12/09/2023

ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຜ່ານ ຮ່າງແຜນຍຸດທະສາດ ການພັດທະນາຄວາມປອດໄພທາງໄຊເບີ ແຫ່ງຊາດ ໃນວັນທີ 05 ກັນຍາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ເຂດສີສະເກດ) ພາຍໃຕ້ການເປັນປະທານຂອງທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຜ່ານຮ່າງແຜນຍຸດທະສາດ ກ່ຽວກັບ ການພັດທະນາ ຄວາມປອດໄພທາງໄຊເບີ ແຫ່ງຊາດ ແນໃສ່ເພື່ອຊ່ວຍພັກດັນໃຫ້ທຸກຂະແໜງການທີ່ນໍາໃຊ້ ICT ໄດ້ຮັບຮູ້, ເຂົ້າໃຈເຖິງບັນຫາ ແລະ ຄວາມຈໍາເປັນໃນການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານ ເພື່ອເປັນແລວທາງໃນການສ້າງ ບັນດານິຕິກໍາ ແລະ ແຜນງານຕ່າງໆ ທີ່ຕິດພັນກັບວຽກງານ ຮັກສາຄວາມປອດໄພທາງໄຊເບີ ທັງນີ້ກໍເພື່ອໃຫ້ສອດຄ່ອງກັບວິທີການດໍາເນີນງານດ້ານການຮັກສາຄວາມປອດໄພທາງໄຊເບີຂອງສາກົນ.
ທ່ານ ແກ້ວວິສຸກ ໂສລະພົມ ກ່າວວ່າ: ດັ່ງທີ່ພວກເຮົາໄດ້ຮູ້ນໍາກັນດີແລ້ວວ່າ ໃນປັດຈຸບັນ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ມີການພັດທະນາຢ່າງວ່ອງໄວ ແລະ ເຮັດໃຫ້ວຽກງານການຕິດຕໍ່ສື່ສານ, ການບໍລິຫານຈັດການ, ການໃຫ້ບໍລິການ, ການຄຸ້ມຄອງນໍາໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງລະບົບອິນເຕີເນັດທີ່ບໍ່ມີພົມແດນ, ຊຶ່ງໄດ້ສ້າງປະໂຫຍດອັນມະຫາສານມາສູ່ການພັດທະນາເສດຖະກິດ-ສັງຄົມ ແລະ ຂັບເຄື່ອນເສດຖະກິດຂອງໂລກ. ສໍາລັບຢູ່ປະເທດເຮົາເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ ກໍມີການຂະຫຍາຍຕົວຢ່າງວ່ອງໄວ, ລະບົບສື່ສານ ມີຄວາມກ້າວໜ້າທັນສະໄໝ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ, ຍິ່ງໄປກວ່ານັ້ນ ການນໍາໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ອິນເຕີເນັດ ໄດ້ກາຍເປັນກິດຈະວັດປະຈໍາວັນ ແລະ ຈໍາເປັນໃນສັງຄົມ.
ສະນັ້ນ, ການສ້າງແຜນຍຸດທະສາດກ່ຽວກັບການພັດທະນາ ຄວາມປອດໄພທາງໄຊເບີ ແຫ່ງຊາດ ຈິ່ງມີຄວາມຈໍາເປັນໃນການຊ່ວຍພັກດັນໃຫ້ທຸກຂະແໜງການທີ່ນໍາໃຊ້ ICT ເຂົ້າໃນການດໍາເນີນງານໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາ ແລະ ຄວາມຈໍາເປັນໃນການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານ. ດ້ວຍຄວາມຈໍາເປັນດັ່ງກ່າວ ທາງລັດຖະບານ ເວົ້າລວມ ເວົ້າສະເພາະ ກໍຄື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂອງພວກເຮົາແມ່ນມີຄວາມເປັນຫ່ວງເປັນໃຍຕໍ່ບັນຫາດັ່ງກ່າວ ຈິ່ງໄດ້ຈັດຕັ້ງຄະນະຮັບຜິດຊອບຄົ້ນຄວ້າແຜນຍຸດທະສາດກ່ຽວກັບການ ພັດທະນາຄວາມປອດໄພທາງໄຊເບີ ແຫ່ງຊາດ ໂດຍໄດ້ມີການຮີບໂຮມ, ປຽບທຽບ ແລະ ຄົ້ນຄວ້າເອົາບົດຮຽນຈາກແຜນຍຸດທະສາດ ແລະ ບົດແນະນໍາ ທີ່ມີຄວາມກ່ຽວພັນກັນທັງພາຍໃນ ແລະ ຕ່າງປະເທດ ມາຮວບຮວມເປັນເນື້ອໃນຂອງແຜນຍຸດທະສາດຂອງພວກເຮົາ ເປັນຕົ້ນແມ່ນ ບົດແນະນໍາຂອງອົງການໂທລະຄົມສາກົນ. ໃນປັດຈຸບັນ, ພວກເຮົາຈະຕ້ອງໄດ້ຮີບຮ້ອນ ແຜນຍຸດທະສາດດັ່ງກ່າວໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສາມາດກໍານົດແລວທາງ ເພື່ອປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສໍາຄັນ (Critical Information Infrastructure Protection “CIIP”) ຂອງປະເທດ ແລະ ຮັບປະກັນໄດ້ຄວາມປອດໄພການພັດທະນາເສດຖະກິດ-ສັງຄົມ ດ້ວຍການນໍາໃຊ້ເຕັກໂນໂລຊີສື່ສານຂໍ້ມູນ-ຂ່າວສານ ເພື່ອຕອບສະໜອງໄດ້ການປະຕິບັດ ຕາມວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 05 ປີ (2021-2025).