ສຳມະນາແລກປ່ຽນຄວາມຮູ້ກ່ຽວກັບວຽກງານຄວາມປອດໄພທາງໄຊເບີ

14/09/2023

ສຳມະນາແລກປ່ຽນຄວາມຮູ້ກ່ຽວກັບວຽກງານຄວາມປອດໄພທາງໄຊເບີ

          ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການ Cyber4Dev Program ຈາກສະຫະພັນເອຮົບ (EU)  ໃນລະຫວ່າງວັນທີ 12-13 ກັນຍາ 2023 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ເຂົ້າຮ່ວມຈາກກົມ/ທຽບເທົ່າ ພາຍໃນ ກຕສ, ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມລວມທັງໝົດ ຈໍານວນ 35 ກວ່າທ່ານ.

ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງວຽກງານດ້ານຄວາມປອດໄພໄຊເບີ ແລະ  ເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ການປະສານງານ ແລະ ຈັດການຕໍ່ເຫດສຸກເສີນທາງໄຊເບີ ຂອງໜ່ວຍງານຕອບໂຕ້ເຫດສຸກເສີນທາງລະບົບຄອມພິວເຕີຂອງພາກລັດ ແລະ ໜ່ວຍງານຜູ້ໃຫ້ບໍລິການທາງອິນເຕີເນັດ-ໂທລະຄົມ ເພື່ອໃຫ້ເຮັດວຽກຮ່ວມກັນຢ່າງມີປະສິທິພາບ ໃນການຫຼຸດຜ່ອນຜົນກະທົົບ ແລະ ຄວາມເສຍຫາຍຕໍ່ລະບົບພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ ໂດຍສະເພາະແມ່ນ ລະບົບທີີ່ໃຫ້ບໍລິການ, ການນໍາໃຊ້ເຄື່ອງມືເຝົ້າລະວັງ, ຕິດຕາມ ແລະ ແຈ້ງເຕືອນ, ການແລກປ່ຽນຂໍ້ມູນຂ່າວສານ, ການປະສານງານພາຍໃນ ພາກພື້ນ ແລະ ສາກົນ, ຊຶ່ງວຽກງານດັ່ງກ່າວຜູ້ໃຫ້ບໍລິການທາງອິນເຕີເນັດ-ໂທລະຄົມ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງຈຳເປັນຕ້ອງໄດ້ມີທີມງານເພື່ອມາເຮັດໜ້າທີ່ປົກປ້ອງລະບົບພື້ນຖານໂຄງລ່າງຂອງຕົນໃຫ້ປອດໄພຈາກການໂຈມຕີທາງໄຊເບີ.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນວ່າ: ໃນປັດຈຸບັນ, ການນໍາໃຊ້ເຕັກໂນໂລຊີ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ທັນສະໄໝຫຼາຍ ທັງການແລກປ່ຽນ ຫຼື ສົ່ງຕໍໍ່ຂໍ້ມູນ, ການເກັບກໍາຂໍ້ມູນ ແລະ ການຮັກສາລະບົບຂໍ້ມູນຂ່າວສານຕ່າງໆ ລ້ວນແລ້ວແຕ່ນໍາໃຊ້ອິນເຕີເນັດ, ຊຶ່ງຂໍ້ມູນຕ່າງໆເຫຼົ່ານັ້ນລ້ວນແຕ່ເປັນຂໍ້ມູນສໍາຄັນ ຫຼື ຂໍ້ມູນທີ່ເປັນຄວາມລັບຂອງອົງກອນ ແຕ່ຈະເຮັດແນວໃດເພື່ອຈະໃຫ້ການປ້ອງກັນຂໍ້ມູນໃຫ້ມີຄວາມປອດໄພຈາກໄພຄຸມຄາມຕ່າງໆຈາກພາຍນອກ ຫຼື ກຸ່ມຄົນບໍ່ຫວັງດີ ທີ່ຫວັງຈະເຈາະລະບົບເຄືອຂ່າຍ ເພື່ອລັກ ຫຼື ໂຈລະກໍາເອົາຂໍ້ມູນ. ສະນັ້ນ, ການຈັດສຳມະນາຄັ້ງນີ້ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ບົດຮຽນ ທີ່ກົມຄວາມປອດໄພໄຊເບີ ແລະ ອົງ ການ Cyber4Dev Program ນຳມາສະເໜີ ເພື່ອເອົາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິພາບຫຼາຍຂຶ້ນ.

          ຂ່າວ ກົມຄວາມປອດໄພທາງໄຊເບີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ