2 ໜ່ວຍພັກຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງເປັນສົມບູນ

14/09/2023

2 ໜ່ວຍພັກຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງເປັນສົມບູນ

        ໃນຕອນເຊົ້າ ວັນທີ 13 ກັນຍາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 4 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ(ເຂດ ສນຍ) ໜ່ວຍພັກສູນບໍລິຫານລັດດິຈິຕອນ ແລະ ໜ່ວຍພັກກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາປະຕິວັດລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາບັນດາໜ່ວຍພັກກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກໜ່ວຍພັກກົມເຕັກໂນໂລຊີດິຈິຕອນ ແລະ ໜ່ວຍພັກສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ.

        ໃນພິທີດັ່ງກ່າວ, ສະຫາຍ ປອ. ທະວີສັກ ມະໂນທັມ, ຄະນະພັກກະຊວງ, ເລຂາໜ່ວຍພັກສູນບໍລິຫານດິຈິຕອນ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 02 ສະຫາຍ, ຍິງ 1 ສະຫາຍ. ຈາກນັ້ນ, ສະຫາຍ ແກ້ວນະຄອນ ໄຊສຸລຽນ, ເລຂາໜ່ວຍພັກກົມເຕັກໂນໂລຊີດິຈິຕອນ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຊຶ່ງມີທັງໝົດຈຳນວນ 4 ສະຫາຍ, ຍິງ 1 ສະຫາຍ. ຈາກນັ້ນ, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ກໍໄດ້ໃຫ້ກຽດມອບມະຕິຕົກລົງໃຫ້ບັນດາສະຫາຍໃນຄັ້ງນີ້.

ໃນຕອນທ້າຍພິທີ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍສະມາຊິກພັກສົມບູນໃໝ່ທີ່ໄດ້ມີຄວາມຫ້າວຫັນໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເລື່ອນຂຶ້ນເປັນສະມາຊິກສົມບູນພັກໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ