15/09/2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກັບ ໄດ້ຮ່ວມກັນລົງນາມເພື່ອເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືຫັນເປັນດິຈິຕອນ ໃນວຽກງານໂຄສະນາອົບຮົມ ໃນຕອນແລງວັນທີ 14 ກັນຍາ 2023 ໂດຍການລົງນາມລະຫວ່າງ ທ່ານ ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ ກຕສ, ທ່ານຮອງຫົວໜ້າ ຄອສພ, ບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກຕສ ໄດ້ຂຶ້ນລາຍງານກ່ຽວກັບໂຄງການຮ່ວມມືການຫັນເປັນດິຈິຕອນໃນວຽກງານໂຄສະນາອົບຮົມ ວ່າ: ເພື່ອຫັນວຽກງານບໍລິຫານພາຍໃນ ແລະ ສົ່ງເສີມວຽກງານໂຄສະນາອົບຮົມ ໃຫ້ກວ້າງຂວາງທົ່ວປະເທດ ການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ແລະ ເປັນຕົວຢ່າງໃຫ້ບັນດາອົງການຈັດຕັ້ງພັກ-ລັດ ໃນການຫັນເປັນທັນສະໄໝແບບດິຈິຕອນ ແມ່ນມີຄວາມຕ້ອງການເພີ່ມຂຶ້ນ. ດັ່ງນັ້ນ, ສອງຝ່າຍ ຈຶ່ງໄດ້ຕົກລົງເຫັນດີໃນການເຊັນ MOU ຄັ້ງນີ້ ເພື່ອເປັນບ່ອນອີງໃນການຮ່ວມມືຄົ້ນຄວ້າ, ແລກປ່ຽນບົດຮຽນ, ພັດທະນາ ແລະ ນໍາໃຊ້ເຄື່ອງມືດິຈິຕອນ ເພື່ອຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝ ເທື່ອລະກ້າວ ຊຶ່ງຂອບເຂດການຮ່ວມມື ປະກອບມີຄື: 1). ຮ່ວມມືກັນຫັນເປັນດິຈິຕອນ ວຽກງານການບໍລິຫານຫ້ອງການຂອງ ຄອສພ ໃຫ້ເປັນທັນສະໄໝ; 2). ຮ່ວມມືກັນນໍາໃຊ້ເຄື່ອງມືດິຈິຕອນເຂົ້າໃນວຽກງານໂຄສະນາອົບຮົມ, ເຜີຍແຜ່ນະໂຍບາຍ ແລະ ຂໍ້ມູນຂ່າວສານຕ່າງໆ ໃນຂອບເຂດທົົ່ວປະເທດ; 3). ເພີ່ມທະວີການຮ່ວມມືຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມ ແລະ ອື່ນໆ.
ພາຍຫຼັງການລົງນາມແລ້ວ, ທັງສອງຝ່າຍ ຈະໄດ້ພ້ອມກັນຄົ້ນຄວ້າແຕ່ງຕັັ້ງຄະນະຮັບຜິດຊອບ ເພື່ອເຮັດວຽກຮ່ວມກັນໃນການຫັນເປັນດິຈິຕອນທັງວຽກງານການບໍລິຫານຫ້ອງການ ແລະ ນໍາໃຊ້ເຄື່ອງມືດິຈິຕອນ ເຂົ້າໃນວຽກງານໂຄສະນາອົບຮົມ ທົົ່ວປະເທດ, ຕອບສະໜອງໄດ້ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.
ພ້ອມດຽວກັນ, ກໍໄດ້ມີການຈັດພິທີເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ກ່ຽວກັບວຽກງານປັບປຸງ, ພັດທະນາສະຖານີ ແລະ ລະບົບຕິດຕາມ ກວດກາຄື້ນຄວາມຖີ່ວິທະຍຸສື່ສານຄົບວົງຈອນ ໃນຂອບເຂດທົ່ວປະເທດ ລະຫວ່າງ ກົມຄື້ນຄວາມຖີ່ວິທະຍຸສື່ສານ ກຕສ ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈຳກັດ ຜູ້ດຽວ ແລະ ບໍລິສັດ ແອໄອທີ ໂຊລູຊັນ ຈຳກັດ ຜູ້ດຽວ ແນໃສ່ເພື່ອຮັບປະກັນໃຫ້ແກ່ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ໃນ ສປປ ລາວ ໃຫ້ມີປະສິດທິພາບ ປະສິດທິຜົນສູງສຸດ, ປ້ອງກັນການລັກລອບນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ບໍ່ໄດ້ຮັບອະນຸຍາດ, ອຳນວຍຄວາມສະດວກ ໃນການຊອກຫາແຫຼ່ງຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ແລະ ສັນຍານໂທລະສັບເຄື່ອນທີ່ ຂ້າມແດນໄດ້ຢ່າງວ່ອງໄວຂຶ້ນ. ລົງນາມຄັ້ງນີ້ມີທ່ານ ສົມພອນ ສີຫາລາດ, ຮັກສາການຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ທ່ານ ສີສັນ ສີທຸມພະລັດ, ປະທານ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈຳກັດ ຜູ້ດຽວ ແລະ ທ່ານ ວິລະສັກ ວົງໄຊ, ປະທານ ບໍລິສັດ ແອໄອທີ ໂຊລູຊັນ ຈຳກັດ ຜູ້ດຽວ ໂດຍມີທ່ານ ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ປະທານສະພາທິດສະດີສູນກາງພັກ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ ກຕສ ແລະ ບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.