15/09/2023

ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຮ່ວມປຶກສາຫາລືແຜນການດຳເນີນງານລະອຽດ ວຽກສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບໃນຂອບເຂດທົ່ວປະເທດ ໃນວັນທີ 12 ກັນຍາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ອົງການດັດສົມໂທລະຄົມມະນາຄົມ ໂດຍການເປັນປະທານຂອງທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ໂດຍມີຕາງໜ້າຈາກບັນດາກົມ, ສະຖາບັນ, ສູນ ພາຍໃນກະຊວງ, ຄະນະພະແນກ ແລະ ວິຊາການ ຂອງອົງການດັດສົມໂທລະຄົມມະນາຄົມ ແລະ ຕາງໜ້າຈາກບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນສຸມໃສ່ປຶກສາຫາລື ການກະກຽມຄວາມພ້ອມດ້ານຕ່າງໆ ວຽກງານການສ້າງສື່ໂຄສະນາ ແລະ ວິທີການໂຄສະນາ, ວິທີການໃນການປິດເລກໝາຍໂທລະສັັບທີ່ບໍ່ຂຶ້ນທະບຽນໃນໄລຍະເວລາທີ່ກຳນົດ. ພ້ອມນັ້ນ, ຍັງຮ່ວມກັນປຶກສາຫາລືທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານສືບຕໍ່ຂຶ້ນທະບຽນເລກ
ໝາຍໂທລະສັບ, ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນນຳໄປຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່ບັນດາຂໍ້ຕົກລົງ, ຄຳສັ່ງ ແລະ ແຈ້ງການ ທີ່ກ່ຽວກັບວຽກຂຶ້ນທະບຽນເລກໝາຍໂທລະສັບ ໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈເນື້ອໃນຈິດໃຈຂອງການຂຶ້ນນທະບຽນເລກໝາຍໂທລະສັບ. ນອກນັ້ນ, ກໍໄດ້ຮ່ວມກັນປຶກສາຫາລືບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີຄວາມເປັນເອກະພາບ ພ້ອມພາກັນຈັດຕັ້ງປະຕິບັດໃຫ້ສຳເລັດບັນລຸຕາມຄາດໝາຍທີ່ວາງໄວ້.