20/09/2023

ໃນຕອນເຊົ້າຂອງວັນທີ 20 ກັນຍາ 2023 ນີ້, ກົມຄວາມປອດໄພທາງໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການ ICT for Peace, ສະຫະພາບເອີລົບ (EU) ໄດ້ຈັດກອງປະຊຸມສໍາມະນາ ການເສີມສ້າງຄວາມອາດສາມາດໃນວຽກງານນະໂຍບາຍຄວາມປອດໄພໄຊເບີ ຂຶ້ນທີ່ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາຫຼ້າ ສູນນະລັດ, ຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ ດາເນວ (Mr. Daniel), ປະທານອົງການ ICT for Peace, ສະຫະພາບເອີລົບ (EU, ມີທີມງານຊ່ຽວຊານ ຈາກອົງການ ICT for Peace, ຕາງໜ້າຈາກສະຖານທູດອົດສະຕາລີ, ຕາງໜ້າຈາກປະເທດກໍາປູເຈຍ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ພ້ອມທັງບັນດາບໍລິສັດຜູ້ທີ່ໃຫ້ບໍລິການດ້ານອິນເຕີເນັດເຂົ້າຮ່ວມຫຼາຍກວ່າ 40 ທ່ານ.
ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ ກໍເພື່ອເສີມສ້າງຄວາມຮູ້ຄວາມອາດສາມາດ ແລະ ຄວາມເຂົ້າໃຈໃນວຽກງານນະໂຍບາຍ ແລະ ຍຸດທະສາດດ້ານຄວາມປອດໄພທາງໄຊເບີ ໃຫ້ກັບບັນດາຜູ້ເຂົ້າຮ່ວມ ແລະ ໜ່ວຍງານທີ່ກ່ຽວຂ້ອງອ້ອມຂ້າງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນ ກ່ຽວກັບລະບຽບຫຼັກການຕ່າງໆ, ບັນດານະໂຍບາຍ ແລະ ແຜນຍຸດທະສາດດ້ານຄວາມປອດໄພທາງໄຊເບີ ພ້ອມທັງການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ມາດຕະການຕ່າງໆ ລະຫວ່າງປະເທດ ແລະ ສາກົນ.
ໂອກາດດັ່ງກ່າວ, ທ່ານ ຄໍາຫຼ້າ ສູນນະລັດ ໄດ້ກ່າວວ່າ: ປັດຈຸບັນ, ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ມີວິວັດທະນາການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ທັນສະໄໝຫຼາຍທີ່ໃຊ້ເຂົ້າໃນການປະຕິບັດວຽກງານຕ່າງໆ ເພື່ອໃຫ້ທຸກຄົນມີຄວາມສະດວກໃນການສື່ສານ, ການແລກປ່ຽນຂໍ້ມູນ-ຂ່າວສານ, ການເກັບຂໍ້ມູນ ລວມເຖິງການຮັກສາລະບົບຂໍ້ມູນຂ່າວສານຕ່າງໆທາງອິນເຕີເນັດ/ໄຊເບີ, ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາບໍ່ສາມາດຫຼີກລ້ຽງບັນຫາໄພຄຸກຄາມທີ່ອາດຈະເກີດຂຶ້ນທາງໄຊເບີເປັນຕົ້ນແມ່ນ: ການຮົ່ວໄຫຼຂອງຂໍ້ມູນ, ການທໍາລາຍຖານຂໍ້ມູນສໍາຄັນ, ການແຜ່ກະຈາຍໂປຣແກຣມປະສົງຮ້າຍ, ການໂຈລະກໍາຂໍ້ມູນທາງດ້ານການເງິນ, ການເຈາະລະບົບເຄືອຂ່າຍ ແລະ ອື່ນໆ. ສະນັ້ນ, ຈຶ່ງຈໍາເປັນທີ່ຈະຕ້ອງໄດ້ມີນະໂຍບາຍ ຫຼື ມາດຕະການມາຄຸ້ມຄອງໃນການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານດັ່ງກ່າວ ເພື່ອໃຫ້ເປັນໄປຕາມຂໍ້ກໍານົດ ກົດລະບຽບຫຼັກການ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດ, ເພື່ອປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ສິດທິຂອງອົງກອນ. ຄຽງຄູ່ກັນນັ້ນ, ການຮ່ວມມື ລະຫວ່າງປະເທດ ແລະ ໃນລະດັບພາກພື້ນ ກໍເປັນສີ່ງຈໍາເປັນ ແລະ ສໍາຄັນ ໃນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເພື່ອຊ່ວຍປັບປຸງພັດທະນາວຽກງານນະໂຍບາຍຄວາມປອດໄພໄຊເບີ ໃຫ້ຄວາມສອດຄ່ອງ ແລະ ຫັດກຸມຂຶ້ນກວ່າເກົ່າ.
ກອງປະຊຸມສໍາມະນາ ການເສີມສ້າງຄວາມອາດສາມາດໃນວຽກງານນະໂຍບາຍຄວາມປອດໄພໄຊເບີ ໄດ້ດໍາເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 20-21 ກັນຍາ 2023) ຈຶ່ງຈະສິ້ນສຸດລົງ.