25/09/2023

ໃນຕອນເຊົ້າ ວັນທີ 22 ກັນຍາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ແລະ ໜ່ວຍພັກກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາປະຕິວັດລາວ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາບັນດາໜ່ວຍພັກກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກ ໜ່ວຍພັກຈັດຕັ້ງ ແລະ ພະນັກງານ ແລະ ໜ່ວຍພັກກົມໄປສະນີ ເຂົ້າຮ່ວມ.
ໃນພິທີຄັ້ງນີ້, ສະຫາຍ ສຸລິຍາ ຄໍາບູຣາວົງ, ເລຂາໜ່ວຍພັກກົມໄປສະນີ ແລະ ສະຫາຍ ຈັນທະວີພອນ ເຄືອບຄຳວອນ ຮອງເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈໍານວນ 03 ສະຫາຍ, ຍິງ 01 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນ ເປັນສະມາຊິກພັກສົມບູນ ຈຳນວນ 01 ສະຫາຍ, ຍິງ 01 ສະຫາຍ.
ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ແລະ ໜ່ວຍພັກກົມໄປສະນີ ທີ່ໄດ້ມີຄວາມເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກຂອງຕົນໃຫ້ມີຄວາມເຂັ້ມແຂງຂຶ້ນ ພ້ອມທັງຍ້ອງຍໍຊົມເຊີຍ ບັນດາສະມາຊິກພັກສຳຮອງ ແລະ ສະມາຊິກສົມບູນໃໝ່ ທີ່ໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ຜ່ານຜ່າບັນດາອຸປະສັກຕ່າງໆຈົນໄດ້ເຂົ້າເປັນສະມາຊິກພັກໃນຄັ້ງນີ້. ສະຫາຍ ໄດ້ຮຽກຮ້ອງໃຫ້ສະມາຊິກພັກສົມບູນຈົ່ງສືບຕໍ່ຕິດຕາມກໍ່ສ້າງ ແລະ ຊ່ວຍເຫຼືອສະມາຊິກພັກສໍາຮອງ ໃຫ້ກາຍເປັນສະມາຊິກພັກສົມບູນໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ສະມາຊິກພັກເກົ່າ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ ໂດຍຖືການຍົກສູງທາງດ້ານຄຸນທາດການເມືອງເປັນຫຼັກ, ຍົກສູງສະຕິຕໍ່ການຈັດຕັ້ງ, ຊື່ສັດ ແລະ ຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.