25/09/2023

ໃນອາທິດຜ່ານມານີ້, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ສູນ ຈີນ-ອາຊຽນ ດາວທຽມເປີຍໂຕ່ GNSS (ນານນິງ), ສປ ຈີນ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ ກ່ຽວກັບການຮ່ວມມື ໃນການນຳໃຊ້ເຕັກໂນໂລຊີດາວທຽມນຳທາງເຂົ້າໃນຂົງເຂດການຂົນສົ່ງ (ການຄຸ້ມຄອງຍານພາຫະນະ) ທີ່ ແຂວງ ນານນິງ, ສປ ຈີນ.
ຈຸດປະສົງຂອງການຮ່ວມມືແມ່ນເພື່ອ ສ້າງລະບົບການຄຸ້ມຄອງການຂົນສົ່ງ ແຫ່ງຊາດ, ຄຸ້ມຄອງລະບົບລົດເມທ່ອງທ່ຽວ, ລົດເມໄລຍະທາງໄກ, ພາຫະນະຂົນສົ່ງສິນຄ້າທີ່ເປັນອັນຕະລາຍ, ລົດແທັກຊີ່ ແລະ ອື່ນໆ ໂດຍນຳໃຊ້ແພັລດຟອມ ທີ່ເປັນມາດຕະຖານແຫ່ງຊາດ ເພື່ອຂະຫຍາຍໄປສູ່ການຄຸ້ມຄອງການຈາລະຈອນ ແລະ ຂະຫຍາຍເຂດບໍລິການຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງຈະໄດ້ມີການເພີ່ມການຝຶກອົບຮົມທາງດ້ານວິຊາຊີບໃຫ້ແກ່ພະນັກງານວິຊາການ ສປປ ລາວ ນຳອີກ.
ລົງນາມຄັ້ງນີ້ໂດຍແມ່ນ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານ Wang Zhihu, ຜູ້ອຳນວຍການສູນ ຈີນ-ອາຊຽນ ດາວທຽມເປີ່ຍໂຕ່ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການກະຊວງ, ຕາງໜ້າຈາກ ກົມຕຳຫລວດຈາລະຈອນ, ກະຊວງ ປ້ອງກັນຄວາມສະຫງົບ, ຕາງໜ້າຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.