ກຈພ ຈັດກອງປະຊຸມເຜີຍແຜ່ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ຍ້ອງຍໍພະນັກງານປະຈຳປີ 2022

25/09/2023

ກຈພ ຈັດກອງປະຊຸມເຜີຍແຜ່ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ຍ້ອງຍໍພະນັກງານປະຈຳປີ 2022

ທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມຊັ້ນ 5 (ເຂດສີສະເກດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ກົມຈັດຈັ້ງ ແລະ ພະນັກງານ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງ ສະຫາຍ ຄຳພູ ດວງຖະໜອມ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີຄະນະກົມ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານທັງໝົດພາຍໃນກົມເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ເອກະສານທັງໝົດ 4 ສະບັບຄື: ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັັັກ. ສະບັບເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023; ເຜີຍແຜ່ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັັັກ. ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ແນໃສ່ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນ ການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ຖືກຕ້ອງຕາມກົດລະບຽບພັກ; ເຜີຍແຜ່ຄຳສັ່ງວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 13/ນຍ. ລົງວັນທີ 29 ສິງຫາ 2023 ແລະ  ເຜີຍແຜ່ແຈ້ງການຂອງຫ້ອງການ ກຕສ ເລກທີ 2343/ຫກ.6, ລົງວັນທີ 15 ກັນຍາ 2023.

ໃນໂອກາດດຽວກັນນີ້, ສະຫາຍ ນ. ສຸພາລັກ ສີລາເພັດ, ຮອງຫົວໜ້າກົມ ກຈພ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍຜົນການຮັບຮອງຜົນການປະເມີນຜົນ ແລະ ມອບໃບຍ້ອງຍໍ ພະນັກງານ-ລັດຖະກອນ ປະຈຳປີ 2022 ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງທ້ອງຖິ່ນ ແລະ ຂະແໜງການ. ພ້ອມນັ້ນ, ກໍໄດ້ກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ໜ້າ ຂອງຄະນະພັກຂັ້ນຕົ້ນຂຶ້ນ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ, ພາວະວິໄສ, ຮອບດ້ານ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຄັດເລືອກເອົາບຸກຄະລາກອນທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ, ເພື່ອບຸກທະລຸການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ. ຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານໃນໜ່ວຍຄະນະພັກ, ປຸກລະດົມສະມາຊິກພັກ, ພະນັກງານ, ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພັດທະນາທ້ອງຖິ່ນ ແລະ ຂະແໜງການຕົນ ໂດຍສະເພາະ ວຽກງານຈັດຕັ້ງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ (ພັດທະນາບຸກຄະລາກອນ) ໃຫ້ກາຍເປັນຂະບວນການກວ້າງຂວາງ, ຟົດຟື້ນ, ຕໍ່ເນື່ອງ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ປະທານ ຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ຕະຫຼອດຮອດພະນັກງານ-ວິຊາການ ສືບຕໍ່ເສີມຂະຫຍາຍມູນເຊື້ອການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ ຄຽງຄູ່ກັນກັບການຍົກລະດັບຄວາມຮູ້ຄວາມສາມາດ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມແຂງແຮງ, ເຂັ້ມແຂງ, ໂປ່ງໃສ ແລະ ໜັກແໜ້ນ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດວຽກງານດ້ານການເມືອງ-ແນວຄິດ, ວຽກວິຊາສະເພາະ. ໂດຍສະເພາະ ແມ່ນການຫັນເປັນດິຈິຕອນ ແລະ ການຫັນເປັນທັນສະໄໝຂອງປະເທດເຮົາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ