26/09/2023

ໃນຕອນບ່າຍຂອງວັນທີ 26 ກັນຍາ 2023 ນີ້, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະຊຽວຊານ ຈາກ ສ. ເກົາຫຼີ.
ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ທ່ານ ຈອງ ຢອງ ຊູ (Jung Yung-soo) ພ້ອມດ້ວຍຄະນະຊຽວຊານ ຈາກ ສ. ເກົາຫຼີ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ. ພ້ອມນັ້ນ, ທ່ານໄດ້ສະແດງຄວາມຂອບໃຈມາຍັງທ່ານເອກອັກຄະລັດຖະທູດ ກໍຄື ສ. ເກົາຫຼີ ທີ່ໄດ້ການຮ່ວມມື ແລະ ສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍເພາະແມ່ນ ວຽກງານ ການຫັນເປັນດິຈິຕອນຂອງ ສປປ ລາວ ທີ່ໄດ້ມີການສ້າງສູນການຮ່ວມມືລັດຖະບານດິຈິຕອນ (Digital Government Cooperation Center - DGCC) ແລະ ແຜນການຈັດຕັ້ງປະຕິບັດວຽກງານ ໃນປີ 2023-2025 ທີ່ໄດ້ສໍາເລັດບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (MTC) ແລະ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ສ. ເກົາຫຼີ ໃນທ້າຍເດືອນພຶດສະພາ 2023 ທີ່ຜ່ານມາ. ທັງນີ້, ກໍເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດ ກໍຄື ສອງຝ່າຍ ລາວ-ເກົາຫຼີ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວໃຫ້ປະສົບຜົນສໍາເລັດ.
ໃນຕອນທ້າຍ ທ່ານ ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ແລະ ຍັງໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມການຫັນເປັນດິຈິຕອນຂອງ ສປປ ລາວ ແລະ ຂົງເຂດວຽກງານການບໍລິຫານລັດດິຈິຕອນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເລື້ອຍໆ.