21/09/2023

ໃນລະຫວ່າງວັນທີ 18-22 ກັນຍາ 2023 ຜ່ານມານີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປພົບປະແລກປ່ຽນບົດຮຽນ ແລະ ຮ່ວມງານ the 4th China (Guangxi) ASEAN Artificial Intelligence Conference ຢູ່ ແຂວງ ນານນິງ ແລະ ງານ Huawei Connect 2023 ຢູ່ ນະຄອນ ຊຽງໄຮ, ສປ ຈີນ.
ໃນວັນທີ 20 ກັນຍາ 2023 ທີ່ ນະຄອນຊຽງໄຮ, ສປ ຈີນ, ນໍາພາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມງານ Huawei Connect 2023 ຢູ່ສູນ Shanghai World Expo Exhibition Hall & Shanghai World Expo Center ແລະ ຢ້ຽມຢາມສູນຄົ້ນຄວ້າວິໄຈ ແລະ ພັດທະນາ Huawei Shanghai R&D ສໍາລັບ 5G ແລະ ໃນໂອກາດອັນພິເສດນີ້ຍັງໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຄູ່ຮ່ວມຫັນເປັນດິຈິຕ໋ອນ ລະຫວ່າງ ກຕສ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ເພື່ອຮ່ວມກັນສ້າງຫລັກສູດການຮຽນທາງດ້ານໄອຊີທີ, ໃຫ້ໂອກາດແກ່ນັກສຶກສາຂອງສະຖາບັນ ຈັດຝຶກອົບຮົມ ສໍາມະນາ ແລະ ຝຶກງານຢູ່ທີ່ບໍລິສັດ ຫົວເຫວີຍ ຕາງໜ້າລົງນາມໂດຍທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການ ກະຊວງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Edward Hua, ຜູ້ບໍລິຫານ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານ ໂດຍທ່ານບັດດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ທ່ານ Simon Lin, ຮອງປະທານອາວຸໂສກຸ່ມບໍລິສັດ ຫົວເຫວີຍ, ປະທານບໍລິສັດ Huawei ໃນຂົງເຂດພາກພື້ນອາຊີປາຊີຟິກ ພ້ອມດ້ວຍຄະນະຈາກທັງສອງຝ່າຍລາວ-ຈີນ.
ໂອກາດດຽວກັນ, ທີ່ແຂວງ ນານນິງ, ສປ ຈີນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ສູນຈີນ-ອາຊຽນ ດາວທຽມເປີຍໂຕ່ BeiDou ໄດ້ຮ່ວມກັນ ລົງນາມບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ກ່ຽວກັບການຮ່ວມມືໃນການນໍາໃຊ້ເຕັກໂນໂລຊີດາວທຽມນຳທາງເຂົ້າໃນຂົງເຂດການຂົນສົ່ງ ເພື່ອຮ່ວມກັນສ້າງລະບົບການຄຸ້ມຄອງການຂົນສົ່ງ ແຫ່ງຊາດ, ຄຸ້ມຄອງລະບົບລົດເມທ່ອງທ່ຽວ, ລົດເມໄລຍະທາງໄກ, ພາຫະນະຂົນສົ່ງສິນຄ້າທີ່ເປັນອັນຕະລາຍ, ລົດແທັກຊີ່ ແລະ ອື່ນໆ ໂດຍນຳໃຊ້ແພັລດຟອມ ທີ່ເປັນມາດຕະຖານແຫ່ງຊາດ ເພື່ອຂະຫຍາຍໄປສູ່ການຄຸ້ມຄອງການຈາລະຈອນ ແລະ ຂະຫຍາຍເຂດບໍລິການຫລາຍຂຶ້ນ ໂດຍການລົງນາມຂອງທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Wang Zhihu, ຜູ້ອຳນວຍການສູນ ຈີນ-ອາຊຽນ ດາວທຽມເປີຍໂຕ່ BeiDou.