27/09/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມເຜີຍແຜ່ກ່ຽວກັບການນໍາໃຊ້ເຕັກໂນໂລຊີ ສື່ສັງຄົມອອນລາຍ ຢ່າງປອດໄພ, ວຽກງານປ້ອງກັນ ແລະ ແກ້ໄຂກ່ຽວກັບຄວາມຮຸນແຮງຕໍ່ເດັກນ້ອຍ ແລະ ແມ່ຍິງໃຫ້ແກ່ນັກຮຽນ ມັດທະຍົມສົມບູນ ວຽງຈັນ ໃນຕອນບ່າຍຂອງວັນທີ 26 ກັນຍາ 2023, ທີ່ ໂຮງຮຽນມັດທະຍົມສົມບູນ ວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ມີທ່ານ ທອງພັນ ອຸໄລທອນ. ອຳນວຍການໂຮງຮຽນມັດທະຍົມສົມບູນ ວຽງຈັນພ້ອມດ້ວຍຄະນະຄູອາຈານ ແລະ ນ້ອງນັກຮຽນ ມສ ວຽງຈັນເຂົ້າຮ່ວມ 200 ກວ່າຄົນ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້ ກໍແມ່ນເພື່ອເຜີຍແຜ່ກ່ຽວກັບການຫັນເປັນດີຈິຕອນ ຄຽງຄູ່ໄປກັບການເຜີຍແຜ່ການນຳໃຊ້ເຕັກໂນໂລຊີສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ, ການຕ້ານສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແມ່-ເດັກ ໂດຍສະເພາະກໍແມ່ນເນັ້ນໃສ່ການເຜີຍແຜ່ຂໍ້ມູນກ່ຽວກັບຄວາມຮັບຮູ້ຄວາມເຂົ້າໃຈໃນການຫັນເປັນດິຈິຕອນໃນທົ່ວສັງຄົມ ຊຶ່ງເປັນໜື່ງໃນແຜນຍຸດທະສາດ ຂອງກະຊວງ ເຕັກໂນໂລຊິ ແລະ ການສື່ສານ ໃນໄລຍະ 05 ປີ (2021-2025)
ນອກຈາກນີ້, ຍັງໄດ້ມີການທົດສອບຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບເນື້ອໃນທີ່ໄດ້ເຜີຍແຜ່ ພາຍໃນງານຍັງມີກິດຈະກຳຖາມ-ຕອບ ພ້ອມແຈກຂອງລາງວັນແກ່ນ້ອງໆນັກຮຽນ ໂດຍເປັນຜະລິດຕະພັນຈາກບັນດາຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ເຊັ່ນ: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ລັດວິສະຫະກິດ ໄປສະນີລາວ ອີກດ້ວຍ.
ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດຕັກໂນໂລຊີ