ສປປ ລາວ ຮ່ວມມືກັບ ສ.ເກົາຫຼີ ເປີດສູນການຮ່ວມມືລັດຖະບານດິຈິຕອນ

27/09/2023

ສປປ ລາວ ຮ່ວມມືກັບ ສ.ເກົາຫຼີ ເປີດສູນການຮ່ວມມືລັດຖະບານດິຈິຕອນ

ເພື່ອຈັດຕັ້ງປະຕິິບັດຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງສູນການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ ທີ່ໄດ້ຮ່ວມກັນລົງນາມເມື່ອບໍ່ດົນມານີ້, ວັນທີ 26 ກັນຍາ 2023 ສອງກະຊວງໄດ້ຮ່ວມກັນເປີດສູນການຮ່ວມມືລັດຖະບານດິຈິຕອນ ລາວ-ເກົາຫຼີ (DGCC) ຊຶ່ງຈະປະກອບມີ 6 ກິດຈະກໍາ ໃນຮູບແບບການໃຫ້ຄໍາປືກສາ ແລະ ແນະນໍາ ການປັບປຸງລະບົບບໍລິການ ແລະ ບໍລິຫານລັດຂອງ ສປປ ລາວ ເປັນຕົ້ນ: ການປະເມີນຕົວຊີ້ວັດສະພາບການພັດທະນາລັດຖະບານດິຈິຕອນ ໃນ ສປປ ລາວ, ການສ້າງແຜນຍຸດທະສາດໃນການພັດທະນາລັດຖະບານດິຈິຕອນ ແລະ ການຂະຫຍາຍ, ໃຫ້ຄໍາປືກສາໃນການພັດທະນາ ບັນດາບໍລິການກ່ຽວກັບການພັດທະນາລັດຖະບານດິຈິຕອນ, ແຜນພັດທະນາການສ້າງມາດຕະຖານໃນຂອບວຽກລັດຖະບານດິຈິຕອນ ແລະ ແຜນພັດທະນາ ການສ້າງລະບົບຂໍ້ມູນຂອງລັດຖະບານ (Open Government Data), ແຜນການພັດທະນາລະບົບການບໍລິການໃຫ້ແກ່ປະຊາຊົນ (G2C service) ແລະ ຄໍາແນະນໍາໃນການສ້າງລະບົບບໍລິການປະຕູດຽວ (Government Single Sign On). ຊຶ່ງສູນດັ່ງກ່າວຈະເປັນສູນການແລກປ່ຽນ-ຖ່າຍທອດບົດຮຽນດ້ານການຄຸ້ມຄອງ ແລະ ບໍລິຫານລັດດີຈິຕອນ ທັງຈະເປັນສູນຄົ້ນຄ້ວາວຽກງານນະໂຍບາຍ ແລະ ນິຕິກໍາ, ຈັດສໍາມະນາຝືກອົບຮົມໃຫ້ກັບພະນັກງານພາກລັດ ຂອງ ສປປ ລາວ ໂດຍຈະມີຊ່ຽວຊານ ຈາກ ສ.ເກົາຫຼີ ມາປະຈໍາການ.

ໂອກາດດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ການຫັນລັດຖະບານເປັນດິຈິຕອນໄດ້ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫຼາຍປະເທດ ປະສົບຜົນສຳເລັດໃນການພັດທະນາເສດຖະກິດ ແລະ ສັງຄົມ. ບັນດາປະເທດທີ່ກຳລັງພັດທະນາແມ່ນໄດ້ສຸ່ມໃສເອົາວະລະການຫັນເປັນດິຈິຕອນ ເປັນວາລະແຫ່ງຊາດ ຊຶ່ງ ສປປ ລາວ ເຮົາກໍເປັນໜຶ່ງໃນປະເທດກຳລັງພັດທະນາທີ່ມີບາດກ້າວການພັດທະນາເສດຖະກິດເຕີບໂຕໄວໃນຊຸມປີຜ່ານມາ ແຕ່ເຖິງຢ່າງໃດກໍຕາມຖ້າທຽບກັບບັນດາປະເທດໃນໂລກ ສປປ ລາວ ພວກເຮົາແມ່ນຍັງມີສີ່ງທ້າຍທາຍ ແລະ ຕ້ອງໄດ້ປັບປຸງກົນໄກ ການບໍລິຫານເປັນດິຈິຕອນ, ສ້າງຂີດຄວາມສາມາດ ໃຫ້ລັດຖະກອນພາກລັດ ໃນການນຳໃຊ້ເຕັກໂນໂລຊີ ແລະ ການສື່ສານ ແລະ ການຫັນເອົາການບໍລິການມາເປັນການບໍລິການລະບົບອອນລາຍ.

ທ່ານໄດ້ກ່າວຕື່ມວ່າ: ສ.ເກົາຫຼີ ເປັນປະເທດຄູ່ຮ່ວມພັດທະນາທີ່ສຳຄັນປະເທດໜຶ່ງ ຂອງ ສປປ ລາວ ແລະ ຖືໄດ້ວ່າເປັນປະເທດທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ແລະ ການສື່ສານ ໄວທີ່ສຸດໃນໂລກຈາກປະເທດທີ່ບໍ່ມີເຕັກໂນໂລຊີທີ່ທັນສະໄໝຈົນກ້າວມາເປັນປະເທດທີ່ຕິດອັນດັບໜຶ່ງຂອງໂລກ ທາງດ້ານການພັດທະນາລັດຖະບານດິຈິຕອນ ແລະ ຖືກຈັດເປັນອັນດັບ 1 ໃນຫຼາຍປີຊ້ອນຈາກຜົນການສຳຫຼວດຂອງອົງການ UN ແລະ ອົງການ OECD. ຊຶ່ງການຮ່ວມມືຄັ້ງນີ້ຖືເປັນໂອກາດດີທີ ສປປ ລາວ ຈະໄດ້ຮຽນຮູ້ຈາກບົດຮຽນ ແລະ ປະສົບການ ຂອງ ສ.ເກົາຫຼີ ໃນການພັດທະນາວຽກງານການບໍລິຫານລັດດິຈິຕອນຂອງປະເທດເຮົາ.

ໃຫ້ກຽດເຂົ້າຮ່ວມພິທີເປີດໃນຄັ້ງນີ້ມີທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ Yung Soo Jung (ຢອງ ຊູຈອງ), ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານ Wunjae Park (ວອນເຈ ພາກ), ຮອງຜູ້ອໍານວຍການ ອົງການຂໍ້ມູນຂ່າວສານແຫ່ງຊາດ, ບັນດາທ່ານ ຮອງລັດຖະມົນຕີ, ຄະນະກົມ/ສູນ ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ