ກອງປະຊຸມສໍາມະນາ ພາຍໃຕ້ກິດຈະກໍາສ້າງສູນການຮ່ວມມືລັດຖະບານດິຈິຕອນ ລາວ-ເກົາຫຼີ

02/10/2023

ກອງປະຊຸມສໍາມະນາ ພາຍໃຕ້ກິດຈະກໍາສ້າງສູນການຮ່ວມມືລັດຖະບານດິຈິຕອນ ລາວ-ເກົາຫຼີ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ກິດຈະກໍາການສ້າງສູນການຮ່ວມມືລັດຖະບານດິຈິຕອນ ລາວ-ເກົາຫຼີ ຫຼື (Digital Government Cooperation Center - DGCC) ໂດຍການເປັນປະທານ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ມີບັນດາຕາງໜ້າຈາກບັນດາກົມ, ສູນ, ສະຖາບັນ ພາຍໃນ ກຕສ, ບັນດາກະຊວງອ້ອມຂ້າງ, ຕາງໜ້າຈາກອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ແລະ ຄະນະທີ່ປຶກສາຈາກ ສ.ເກົາຫຼີ ເຂົ້າຮ່ວມທັງໝົດ 80 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາ ກໍເພື່ອເຜີຍແຜ່ແຜນງານ ແລະ ແຜນກິດຈະກໍາ ພາຍໃຕ້ວຽກງານສ້າງສູນການຮ່ວມມືລັດຖະບານດິຈິຕອນ (DGCC) ໄລຍະເວລາ 3 ປີ (ເລີ່ມແຕ່ປີ 2023-2025) ໂດຍຮ່ວມກັບກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA)  ຂອງ ສ.ເກົາຫຼີ ຊຶ່ເປັນການຈັດຕັ້ງປະຕິິບັດຜັນຂະຫຍາຍຕາມເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ (MOU) ໃນການສ້າງສູນການຮ່ວມມືລັດຖະບານດິຈິຕອນ, ເພື່ອເປັນການສ້າງຄວາມເຂົ້າໃຈ, ປຶກສາຫາລືເກັບກໍາຂໍ້ມູນໃສ່ຮ່າງແບບສອບຖາມ ກັບບັນດາກະຊວງອ້ອມຂ້າງກັບບັນດາກົມ/ທຽບເທົ່າ ພາຍໃນ ກຕສ ເພື່ອເປັນບ່ອນອີງໃນການສ້າງ ແລະ ພັດທະນາ ການສ້າງແຜນຍຸດທະສາດໃນການພັດທະນາລັດຖະບານດິຈິຕອນ (Development of Lao PDR’s Digital Government Service Roadmap) ເພື່ອປັບປຸງດັດສະນີການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ (Development of Lao PDR’s Strategic Plan to Improve UN’s EGDI Index). ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ ຂອງ ກຕສ ໃນຂົງເຂດດິຈິຕອນໃຫ້ຫຼາຍຂຶ້ນ.

ກອງປະຊຸມສໍາມະນາໃນຄັ້ງແມ່ນຈັດຂຶ້ນພາຍໃຕ້ການສະໜັບສະໜຸນຫຼັກຂອງ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ຂອງ ສ.ເກົາຫຼີ, ພາຍໃຕ້ງົບປະມານການຊ່ວຍເຫຼືອລ້າ (ODA) ຂອງລັດຖະບານ ສ.ເກົາຫຼີ. ໂຄງການດັ່ງກ່າວຖືວ່າເປັນບາດກ້າວລິເລີ່ມໃໝ່ໃນການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ ແລະ ແຜນການຫັນເປັນດິຈິຕອນພາກລັດ ເພື່ອສຸມໃສ່ການປັບປຸງດັດສະນີການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.

ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍຈາກຊ່ຽວຊານ ສ.ເກົາຫຼີ ໃນຫົວຂໍ້: ໃນການສ້າງ ແລະ ພັດທະນາການສ້າງແຜນຍຸດທະສາດໃນການພັດທະນາລັດຖະບານດິຈິຕອນ ແລະ ເພື່ອປັບປຸງດັດສະນີການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ. ຊຶ່ງກອງປະຊຸມສຳມະນາໄດ້ແບ່ງຈັດເປັນ 2 ຄັ້ງຄື: ໃນວັນທີ 21 ກັນຍາ 2023, ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ) ແລະ ວັນທີ 28 ກັນຍາ 2023, ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ