ກຕສ ປະກາດການຈັດຕັ້ງ ແລະ ເຊື່ອມຊຶມຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ

03/10/2023

ກຕສ ປະກາດການຈັດຕັ້ງ ແລະ ເຊື່ອມຊຶມຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ

        ວັນທີ 02 ຕຸລາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຈັດປະກາດການຈັດຕັ້ງ ແລະ ເຜີຍແຜ່ ເຊື່ອມຊຶມຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ທີ່ຫ້ອງປະຊຸມໃຫຍ່(ເຂດສີສະເກດ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາສະຫາຍໃນຄະນະພັກກະຊວງ, ຄະນະໜ່ວຍພັກບັນດາກົມ/ທຽບເທົ່າ, ຄະນະພັກຮາກຖານ ບໍລິສັດ ລັດວິສາຫະກິດ ອ້ອມຂ້າງກະຊວງພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພູ ດວງຖະໜອມ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດຂອງນາຍົກ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 268/ນຍ, ລົງວັນທີ 29/08/2023 ໂດຍແຕ່ງຕັ້ງ ທ່ານ ວິໄລສອນ ບຸບຜາລັດ ເປັນຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມທັງ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ສະບັບເລກທີ 4037/ກຕສ, ລົງວັນທີ25/09/2023 ໂດຍແຕ່ງຕັ້ງ ທ່ານ ປະລິນຍາ ພົມມະວິເສດ ເປັນຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ  ແລະ  ຜ່ານຂໍ້ຕົກລົງ ສະບັບເລກທີ 4036/ກຕສ, ລົງວັນທີ 25/09/2023 ໂດຍແຕ່ງຕັ້ງ ທ່ານ ແສງດວງທິບ ສຸນາເຄນ ເປັນຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ.         

ພ້ອມດຽວກັນນັ້ນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ແນໃສ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງ ທົ່ວອົງຄະນະພັກກະຊວງ ເຂົ້າໃຈເລິກເຊີ່ງ ແລະ ກວ້າງຂວາງ ຕໍ່ເນື້ອໃນເອກະສານກ່ຽວກັບການເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງມີບັນຫາສຳຄັນຄື: ຕີລາຜົນການນຳພາຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະເຄິ່ງສະໄໝ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ 05 ປີ ຄັ້ງທີ IX ໄລຍະເຄິ່ງສະໄໝ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ຮ່າງມະຕິ ວ່າດ້ວຍການຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ແລະ ຮອບດ້ານ ໃນການນຳພາຂອງພັກ, ດຳເນີນການໃຊ້ຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ໄລຍະເຄິ່ງສະໄໝ.

ພ້ອມນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ເພີ່ມທະວີການຊີ້ນຳ-ນຳພາ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ໃນການນຳພາ-ຊີ້ນຳ ຂອງບັນດາສະຫາຍສະມາຊິກພັກ ຕາມເນື້ອໃນມະຕິຂອງສູນກາງພັກຢ່າງເປັນຮູບປະທຳ ໂດຍຫັນເປັນແຜນງານ, ໂຄງການລະອຽດ, ມີແຜນວຽກຈຸດສຸມຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ ເພື່ອການພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງ ແລະ ປັບປຸງພັກ, ພະນັກງານ ຂອງຄະນະພັກແຕ່ລະຂັ້ນ ແລະ ຜັນຂະຫຍາຍຕາມທິດທາງຍຸດທະສາດລວມຂອງພັກ, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ, ເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານວຽກງານ ເຕັກໂນໂລຊີ ແລະ ການສື່ສານ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ ທົ່ວອົງຄະນະພັກຕົນໃຫ້ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ, ພ້ອມທັງນຳເອົາເອກະສານດັ່ງກ່າວນີ້ ໄປເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກ ໃນໜ່ວຍຕົນໃຫ້ຮັບຊາບຢ່າງທົ່ວເຖິງ ເພື່ອພ້ອມກັນຜັນຂະຫຍາຍໃຫ້ແທດເໝາະກັບສະພາບວຽກງານຂອງຕົນ.

ຂຽນໂດຍ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ