ສຳມະນາປຶກສາຫາລືກ່ຽວກັບນິຕິກໍາການປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ຢູ່ ສປປ ລາວ

04/10/2023

ສຳມະນາປຶກສາຫາລືກ່ຽວກັບນິຕິກໍາການປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ຢູ່ ສປປ ລາວ

ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ທິລລິກິ ແອນ ກິບບິນສ໌ ລາວ ຈໍາກັດ ຈັດກອງປະຊຸມສຳມະນາ ເພື່ອປຶກສາຫາລື ກ່ຽວກັບ ນິຕິກໍາການປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ຢູ່ ສປປ ລາວ ໃນວັນທີ 3 ຕຸລາ 2023 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ສຸດສາຄອນ ພົມມະຈັນ, ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ ດີໂນ້ ຊານຕາເນຍໂລ້, ຫົວໜ້າຫ້ອງການ ບໍລິສັດ ທິລລິກິ ແອນ ກິບບິນສ໌ ລາວ, ມີຊ່ຽວຊານຈາກປະເທດໄທ, ບັນດາຜູ້ຕາງໜ້າຈາກຫ້ອງການ, ກົມ/ທຽບເທົ່າ ອ້ອມຂ້າງກະຊວງເຂົ້າຮ່ວມ.

ຈຸດປະສົງຂອງການຈັດສຳມະນາດັ່ງກ່າວເພື່ອປຶກສາຫາລື ກ່ຽວກັບ ນິຕິກໍາ ການປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ຢູ່ ສປປ ລາວ ຮ່ວມກັບ ບັນດາພະນັກງານຈາກກົມຕ່າງໆອ້ອມຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງການປຶກສາຫາລືໃນຄັ້ງນີ້ຈະເປັນບາດກ້າວສຳຄັນ ແລະ ເປັນຂໍ້ມູນພື້ນຖານໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນການສ້າງ ແລະ ປັບປຸງກົດໝາຍໃນອານາຄົດ ທັງຍັງເປັນການສ້າງຄວາມເຂົ້າໃຈໃຫ້ຫຼາຍຂຶ້ນກ່ຽວກັບວຽກງານປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ໂດຍສະເພາະກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທາງເອເລັກໂຕນິກ ຂອງ ສປປ ລາວ ແລະ ປະເທດໄທ. ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຄວາມຮູ້ທົ່ວໄປກ່ຽວກັບນິຕິກຳຄວາມເປັນສ່ວນຕົວທາງດ້ານຂໍ້ມູນອາຊຽນ, ກົດໝາຍ ແລະ ລະບຽບການກ່ຽວກັບຄວາມເປັນສ່ວນຕົວທາງດ້ານຂໍ້ມູນຂອງປະເທດໄທ ແລະ ຫວຽດນາມ ຊຶ່ງນຳສະເໜີໂດຍຊ່ຽວຊານຈາກ ບໍລິສັດ ທິລລິກິ ແອນ ກິບບິນສ໌ ລາວ ຈໍາກັດ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄໍາຄິດຄໍາເຫັນປຶກສາຫາລືຮ່ວມກັນເຮັດໃຫ້ກອງປະຊຸມສໍາມະນາ ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດຟົດຟື້ນ.

ໃນໂອກາດດັ່ງກ່າວ, ທ່ານ ສຸດສາຄອນ ພົມມະຈັນ ໄດ້ກ່າວວ່າ: ປັດຈຸບັນນີ້ ໂລກຂອງພວກເຮົາພວມກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກຳ 4.0 ການປະຕິວັດອຸດສາຫະກໍາຄັ້ງນີ້ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ ຊຶ່ງບໍ່ມີປະເທດໃດຈະຫຼີກລ້ຽງໄດ້ ນັບທັງ ສປປ ລາວ ຂອງພວກເຮົາ ກໍພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກອຸດສາຫະກຳ 4.0 ດັ່ງກ່າວ. ສະນັ້ນ, ເພື່ອຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ X​I ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ແລະ ແຜນ​ພັດ​ທະ​ນາເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ 5 ປີ ​ຄັ້ງ​ທີ III (2021-2025) ກໍຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ປະກົດຜົນເປັນຈິງໄດ້ນັ້ນ ພວກເຮົາທຸກຄົນຕ້ອງເປັນເຈົ້າການ ແລະ ຊຸກຍູ້ແຮງການຈັດຕັ້ງປະຕິບັດຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ ໂດຍເໜັ້ນໃສ່ ການປັບປຸງພື້ນຖານໂຄງລ່າງ ແລະ ຂໍ້ມູນຂ່າວສານ ທີ່ສຳຄັນຂອງການໃຫ້ບໍລິການເສດຖະກິດດິຈິຕ໋ອນ ໃຫ້ມີຄວາມປອດໄພສູງ, ຮັບປະກັນ ຂໍ້ມູນຂອງຜູ້ຊົມໃຊ້ ໄດ້ຮັບການປົກປ້ອງຢ່າງຖືກຕ້ອງ ແລະ ບໍ່ຖືກຮົ່ວໄຫຼ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ວຽກງານການປົກປ້ອງຂໍ້ມູນຂ່າວສານ ສ່ວນບຸກຄົນ ໃຫ້ປະກົດຜົນເປັນຈິງໄດ້ນັ້ນ ພວກເຮົາທຸກຄົນຕ້ອງເປັນເຈົ້າການ ແລະ ຮ່ວມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໃນການໂຄສະນາເຜີຍແຜ່, ປູກຈິດສໍານຶກ ໃຫ້ທົ່ວສັງຄົມຮັບຮູ້ ເຫັນໄດ້ຄວາມສຳຄັນຂອງວຽກງານຄວາມປອດໄພທາງໄຊເບີ ໂດຍສະເພາະ ການປົກປ້ອງຂໍ້ມູນ-ຂ່າວສານສ່ວນບຸກຄົນ ຄຽງຄູ່ກັບການຫັນເປັນເສດຖະກິດດິຈິຕ໋ອນ ແລະ ສ້າງປະຖົມປັດໄຈຂອງເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ