ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ

04/10/2023

ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ

ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ຂອງອົງການດັດສົມໂທລະຄົມມະນາຄົມ (ອດທ), ຊຶ່ງມີຫົວໜ້າອົງການ, ຮອງຫົວໜ້າອົງການ, ຄະນະພະແນກ ແລະ ພະນັກງານພາຍໃນ ອດທ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວນີ້, ທ່ານ ສຸດໃຈ ລໍລອນສີ ກຳມະການພັກກະຊວງ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ລາຍງານສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຂອງອົງການດັດສົມໂທລະຄົມມະນາຄົມ ໃນໄລຍະ 09 ເດືອນຜ່ານມາ ແລະ ແຜນການ 03 ເດືອນທ້າຍປີ ເປັນຕົ້ນແມ່ນ: ວຽກງານສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ, ວຽກງານກໍານົດໂຄງສ້າງລາຄາ ແລະ ຫົວໜ່ວຍລາຄາ, ການສ້າງດຳລັດ ວ່າດ້ວຍກອງທຶນໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ຍຸດທະຍາສາດພັດທະນາໂທລະຄົມມະນາຄົມ ແຫ່ງຊາດ ຮອດປີ 2040, ສະພາບການຄຸ້ມຄອງຫົວໜ່ວຍທຸລະກິດ, ການສ້າງ ແລະ ປັບປຸງ ນິຕິກຳກ່ຽວກັບວຽກດັດສົມ ພ້ອມທັງລາຍງານບັນດາຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໜີ ເພື່ອເຮັດໃຫ້ອົງການດັດສົມໂທລະຄົມມະນາຄົມ ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິຊາການ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ.

ພາຍຫຼັງຮັບຟັງການລາຍງານ, ທ່ານ ຮອງລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະອົງການ ແລະ ພະນັກງານພາຍໃນ ອດທ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ແລະ ໃຫ້ຍົກສູງຄວາມຮັບຜິດຊອບໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານດັດສົມໂທລະຄົມມະນາຄົມ ຕາມວິໄສທັດ ຮອດປີ 2040, ຍຸດທະສາດ ຮອດປີ 2030 ແລະ ແຜນພັດທະນາເສດຖະກິດດິຈິຕອນ ຮອດປີ 2025.

ພາບ-ຂ່າວ: ອດທ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ