ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ
09/10/2023

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (07/10/1994 - 07/10/2023) ຄົບຮອບ 29 ປີ ຂຶ້ນໃນວັນທີ 05 ຕຸລາ 2023, ທີ່ຫ້ອງປະຊຸມ ຊັ້ນ 1 (ຕຶກ F) ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຕາງໜ້າຈາກກົມ, ສູນ, ສະຖາບັນ, ບໍລິສັດ, ພະນັກງານຄູ-ອາຈານ, ອະດີດນັກສຶກສາ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.


ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ກໍເພື່ອສະແດງໃຫ້ຮູ້ເຖິງຄວາມສຳຄັນຂອງຄຳວ່າ “ຄູ” ໝາຍເຖິງ ຄົນທີ່ມີຄວາມຮູ້ ແລະ ປະສົບການ ຊຶ່ງສາມາດນໍາໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ. ຮູບການຖ່າຍທອດຄວາມຮູ້ ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: “ການສອນ-ການຮຽນ” ການສອນ-ການຮຽນ ເປັນປັດໄຈສໍາຄັັນໜຶ່ງ ໃນການຕັດສິນຄຸນນະພາບຂອງການສຶກສາ ກໍຄື ການພັດທະນາມະນຸດທຸກຄົນມີຄວາມຮູ້ໂດຍຜ່ານການສອນຂອງຄູ ແລະ ທຸກຄົນລ້ວນແຕ່ມີຄູສອນຕົນເອງ; “ ຄູ ” ເປັນບຸກຄົນທີ່ສໍາຄັນ ແລະ ມີຄວາມຈໍາເປັນທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມ ເພາະຄູເປັນຜູ້ສ້າງຄົນ ການຄັດເລືອກ “ຄູ” ກໍຄື ຜູ້ທີ່ໄດ້ຮຽນໃນຂະແໜງການສຶກສາ ແລະ ແມ່ນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດຢ່າງແທ້ຈິງ. ການສອນໜັງສືເປັນເລື່ອງທີ່ງ່າຍ ແຕ່ການທີ່ຈະສອນຄົນ ຫຼື ສອນນັກຮຽນ, ນັກສຶກສາ ໃຫ້ກາຍເປັນຄົນດີ ຄົນເກັັ່ງແບບມີວິໄນ, ກະຕັນຍູ, ແມ່ນຍາກ ໂດຍສະເພາະແມ່ນໃນຍຸກປັດຈຸບັນ ຍຸກເຕັກໂນໂລຊີຂໍ້ມູນຂ່າວສານມີການປ່ຽນແປງຢ່າງວ່ອງໄວ; ຜູ້ທີ່ຖືກເລືອກໃຫ້ເປັນ “ຄູ” ເປັນຄົນຮຽນເກັ່ງ-ສອນເກັ່ງ ເພື່ອສາມາດສອນນັກສຶກສາໃຫ້ໄດ້ຄຸນນະພາບ ກາຍເປັນຄົນທີ່ມີປະສິດທິພາບແກ່ປະເທດຊາດໃນອະນາຄົດ ດັ່ງຄໍາເວົ້າຂອງ ທ່ານ ປະທານ ສຸພານຸວົງ ທີ່ວ່າ: “ປະເທດຊາດບໍ່ອາດຝາກຝັງຄວາມຫວັງໃຫ້ກັບຄົນທີ່ມີຄວາມຮູ້ ຄວາມສາມາດ ແຕ່ຂາດຄຸນສົມບັດສິນທໍາປະຕິວັດ”; “ຄູ” ແມ່ນພໍ່ແມ່ຜູ້ທີສອງຂອງນັກຮຽນ ນັກສຶກສາ ເປັນຜູ້ສິດສອນ ການຮຽນ, ການເປັນຄົນ, ການດໍາລົງຊີວິດຢູ່ຮ່ວມກັນໃນສັງຄົມ, ຄູດີ ນັກຮຽນຈະຊຶມຊັບຮັັບຮູ້ ຮຽນແຕ່ສິ່ງດີໆ ປະພຶດຕົນ ແລະ ປະຕິບັດແຕ່ແນວທີ່ດີມີປະໂຫຍດຕໍ່ສັງຄົມ. ພ້ອມກັນນັ້ນ, “ຄູ” ຕ້ອງເປັນຄົນມີບຸກຄະລິກດີ, ເວົ້າຈາມ່ວນ, ເປັນແບບຢ່າງທີ່ດີ ແລະ ເປັນຄົນພ້ອມເສຍສະຫຼະເພື່ອສ່ວນລວມ.


ໃນພິທີທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້, ທ່ານ ຮອງລັດຖະມົນຕີ ກຕສ ຍັງໄດ້ໂອ້ລົມຕໍ່ພະນັກງານລັດຖະກອນຄູ ເພື່ອເປັນທິດໃນການສືບຕໍ່ປະຕິບັດວຽກງານ ການຮຽນ-ການສອນ ໃນສົກສຶກສາ 2023-2024 ຊຶ່ງມີເນື້ອໃນວ່າ: ຄູ-ອາຈານ ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ວິຊາສະເພາະຂອງຕົນໃຫ້ຫຼາຍຂຶ້ນຕື່ມ ເພື່ອເພີ່ມທັກສະຄວາມສາມາດໃນດ້ານເຕັກໂນໂລຊີໃຫ້ຫຼາຍ ແລະ ນໍາໃຊ້ເຕັກໂນໂລຊີ ICT ເຂົ້າໃນວຽກງານການຮຽນ-ການສອນ ນັບມື້ສູງຂຶ້ນເລື້ອຍໆ; ຄູ-ອາຈານ ຕ້ອງມີຄວາມມັກ-ຮັກໃນອາຊີບຄູ ແລະ ຖືເອົາອາຊີບຄູ ເປັນອາຊີບທີ່ມີກຽດອັນສູງສົ່ງ ເພາະວ່າຄູເປັນແມ່ພິມຂອງຊາດໃນການສ້າງບຸກຄະລາກອນໃຫ້ມີອາຊີບອອກໄປພັດທະນາສັງຄົມ ກໍຄື ປະເທດຊາດ; ຜູ້ທີ່ເປັນຄູຕ້ອງມີຈັນຍາບັນຕໍ່ອາຊີບຄູ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ແລະ ບໍ່ສວຍໃຊ້ໜ້າທີ່ຄວາມເປັນ ຄູ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຈາກຜູ້ອື່ນ; ຄູ-ອາຈານ ຕ້ອງເອົາໃຈໃສ່ເປັນແບບຢ່າງໃນການປະຕິບັດລະບຽບການຕ່າງໆ ແລະ ປະຕິບັດໂມງເວລາຂຶ້ນຫ້ອງສິດສອນຢ່າງເຂັ້ມງວດ; ຄູ-ອາຈານ ຕ້ອງເພີ່ມຄວາມເອົາໃຈໃສ່ຍົກລະດັບຄວາມຮູ້-ຄວາມສາມາດຕົນເອງ ແຕ່ລະດ້ານຢ່າງຕໍ່ເນື່ອງ, ຫ້າວຫັນປະຕິບັດໜ້າທີ່ມອບໝາຍ ແລະ ຕັ້ງໜ້າຄົ້ນຄວ້າວິໄຈຂະແໜງການ ໄອຊີທີ, ນໍາໃຊ້ອຸປະກອນໄອຊີທີ ແລະ ສື່ການສອນທີ່ທັນສະໄໝເຂົ້າໃນກິດຈະກຳ ການຮຽນ-ການສອນ; ຄະນະນໍາ ຂອງສະຖາບັນ ຕ້ອງຕິດຕາມ, ກວດກາ ການຮຽນ-ການສອນ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ແກ້ໄຂບັນຫາໃຫ້ທັນເວລາ ເມື່ອພົບເຫັນປະກົດການຫຍໍ້ທໍ້ ຊຶ່ງວຽກດັ່ງກ່າວແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະນຳແຕ່ລະຂັ້ນ; ສົ່ງເສີມໃຫ້ພະນັກງານ ຄູ-ອາຈານ ສາມາດເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນໃຫ້ມີປະສິດທິຜົນ, ຕ້ານ ແລະ ແກ້ໄຂທັດສະນະແນວຄິດຖືເບົາຕໍ່ໜ້າທີ່ວຽກງານການສິດສອນ.
ໃນພິທີດັ່ງກ່າວຍັງໄດ້ມີການມອບໃບຍ້ອງຍໍຄູສອນດີ ເພື່ອສະແດງໃຫ້ເຫັນເຖິງຜົນງານການສິດສອນໃນໄລຍະຜ່ານມາ. ຈາກນັ້້ນ, ຜູ້ເຂົ້າຮ່ວມຍັງຮັບຊົມການສະແດງສິລະປະຈາກນ້ອງນັກສຶກສາພາຍໃນສະຖາບັນ, ຮັບຊົມວິດີໂອປະຫວັດການ ເຄື່ອນໄຫວຂອງສະຖາບັນ ໃນໄລຍະຜ່ານມາ ແລະ ວິດີໂອເລົ່າມູນເຊື້ອຂອງນາຍຄູຄໍາ, ນັກສຶກສາ ຂຶ້ນອ່ານກາບກອນອວຍພອນ ແລະ ມອບຕ່າຂອງຂວັນອວຍພອນບັນດາຄູ-ອາຈານອີກດ້ວຍ.






