ກອງປະຊຸມປຶກສາຫາລື ຮ່ວມກັບ ບັນດາ ພຕສ ແຂວງທົ່ວປະເທດ ໃນການຕິດຕາມຄວາມຄືບໜ້າ ການສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນເລກໝາຍໂທລະສັບ
09/10/2023

ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຮ່ວມປຶກສາຫາລື ຮ່ວມກັບ ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງທົ່ວປະເທດ ໃນການຕິດຕາມຄວາມຄືບໜ້າການສືບຕໍ່ຈັດຕັ້ງປະຕິບັດວຽກຂຶ້ນທະບຽນເລກໝາຍໂທລະສັບ ຂຶ້ນໃນວັນທີ 05 ຕຸລາ 2023, ຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ໂດຍມີຕາງໜ້າຈາກ ພຕສ ແຂວງ/ນະຄອນຫຼວງ ທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນສຸມໃສ່ຕິດຕາມຄວາມຄືບໜ້າການສືບຕໍ່ຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນເລກໝາຍໂທລະສັບ ຂອງຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ກໍໄດ້ມີການເຜີຍແຜ່ແຈ້ງການຂອງອົງການດັດສົມ ສະບັບເລກທີ 1063/ອດທ, ລົງວັນທີ 28 ກັນຍາ 2023, ກ່ຽວກັບການອະນຸມັດໃຫ້ໃຊ້ແອັບພິເຄຊັນ One Grab ແລະ Lao app ທີ່ບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມພັດທະນາຂຶ້ນເອງ ເຂົ້າຮັບໃຊ້ໃນວຽກຂຶ້ນທະບຽນເລກໝາຍໂທລະສັບ ເພື່ອເປັນຊ່ອງທາງສໍາຮອງ ໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈເນື້ອໃນຈິດໃຈຂອງແຈ້ງການສະບັບດັ່ງກ່າວ.

ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະຫຼຸບຄວາມຄືບໜ້າການເຜີຍແຜ່ ແລະ ຜັນຂະຫຍາຍເນື້ອໃນນິຕິກຳຄຸ້ມຄອງວຽກງານຂຶ້ນທະບຽນເລກຫມາຍໂທລະສັບ ຂອງບັນດາ ພຕສ ແຂວງ/ນະຄອນຫຼວງ ແມ່ນໄດ້ດຳເນີນຈາກຂັ້ນແຂວງລົງຮອດຂັ້ນເມືອງ ແລະ ຂັ້ນບ້ານສຳເລັດແລ້ວ. ຊຶ່ງໄດ້ອອກແຈ້ງການຫ້ອງວ່າການແຂວງ, ໂຄສະນາຜ່ານໂທລະໂຄ່ງ, ສື່ສັງຄົມອອນລາຍທາງການຂອງແຂວງ ແລະ ໃນອາທິດຕໍ່ໄປອຳນາດການປົກຄອງແຂວງ ໄດ້ສ້າງແຜນການຈັດຂະບວນການຮ່ວມກັບທຸກບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເພື່ອປຸກລະດົມປະຊາຊົນມາຂຶ້ນທະບຽນເລກໝາຍໂທລະສັບໃຫ້ສໍາເລັດຕາມຄາດຫມາຍທີ່ກຳນົດໄວ້ທັນເວລາ. ໃນຕອນທ້າຍກອງປະຊຸມ, ກໍຍັງໄດ້ມີໂອກາດຮ່ວມກັນປຶກສາຫາລືແລກປ່ຽນກ່ຽວກັບບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າຕື່ມອີກ.
ບົດຂ່າວໂດຍ: ພະແນກສັງລວມ, ອົງການດັດສົມໂທລະຄົມມະນາຄົມ