ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ໂກໂບ້ດິຈິຕອນເມເນຈິເມັນ ໂຊລູເຊິນ ຈຳກັດ ເຊັນສັນຍາຮ່ວມມືວ່າ​ດ້ວຍໂຄງ​ການພັດທະນາ ແລະ ໃຫ້ບໍລິການສູນຂໍ້ມູນດິຈິຕອນ

09/10/2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ໂກໂບ້ດິຈິຕອນເມເນຈິເມັນ ໂຊລູເຊິນ ຈຳກັດ ເຊັນສັນຍາຮ່ວມມືວ່າ​ດ້ວຍໂຄງ​ການພັດທະນາ ແລະ ໃຫ້ບໍລິການສູນຂໍ້ມູນດິຈິຕອນ

ກົມເຕັກໂນໂລຊີດິຈິຕອນ (ກຕດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ໂກໂບ້ດິຈິຕອນເມເນຈິເມັນ ໂຊລູເຊິນ ຈຳກັດ (GDMS) ໄດ້ຮ່ວມລົງນາມສັນຍາຮ່ວມມືວ່າ​ດ້ວຍ ໂຄງ​ການພັດທະນາ ແລະ ໃຫ້ບໍລິການ ສູນຂໍ້ມູນດິຈິຕອນ.
ຈຸດປະສົງຂອງການເຊັນສັນຍາຮ່ວມມືຄັ້ງນີ້ ກໍເພື່ອສ້າງເງື່ອນໄຂໃຫ້ທັງສອງຝ່າຍໄດ້ສືບຕໍ່ຮ່ວມມືກັນພັດທະນາ ແລະ ໃຫ້ບໍລິການ ສູນຂໍ້ມູນດິຈິຕອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຈະເປັນການຍົກລະດັບການຮ່ວມມື ຈາກແຕ່ກ່ອນທີ່ເປັນພຽງການຮ່ວມມືທາງດ້ານການຕະຫຼາດ ມາເປັນການຮ່ວມມືທາງດ້ານການຄຸ້ມຄອງ-ບໍລິຫານຈັດການສູນຂໍ້ມູນດິຈິຕອນແບບເຕັມຮູບແບບຮ່ວມກັນ ໂດຍທັງສອງຝ່າຍຈະສຸມໃສ່ ການຍົກລະດັບ, ປັບປຸງ ແລະ ບໍາລຸງຮັກສາບັນດາລະບົບພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ບັນດາອຸປະກອນໄອຊີທີທັງໝົດ ຂອງສູນຂໍ້ມູນດິຈິຕອນ ພ້ອມທັງຮ່ວມກັນພັດທະນາລະບົບໃຫ້ບໍລິການຮູບແບບຄລາວ (Cloud) ທີ່ໄດ້ມາດຕະຖານສາກົນ ຢູ່ ສປປ ລາວ ເພື່ອຮອງຮັບສະໜັບສະໜູນ ແລະ ສົ່ງເສີມວຽກງານຫັນເປັນດິຈິຕອນ ຂອງ ສປປ ລາວ ແນໃສ່ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.
ທ່ານ ປະສິດທິເດດ ຫຼວງວິໄລ, ຫົວໜ້າສູນຂໍ້ມູນດິຈິຕອນ ໄດ້ລາຍງານກ່ຽວກັບສະພາບການຄຸ້ມຄອງ ແລະ ການໃຫ້ບໍລິການສູນຂໍ້ມູນດິຈິຕອນໃນໄລຍະຜ່ານມາ ວ່າ: ສູນຂໍ້ມູນດິຈິຕອນຂອງພວກເຮົາ ຖືກສ້າງຕັ້ງຂຶ້ນພາຍໃຕ້ໂຄງການຊ່ວຍເຫຼືອລ້າຈາກລັດຖະບານປະເທດຍີ່ປຸ່ນ ໂດຍແມ່ນອົງການ NEDO ໄດ້ຈັດສັນງົບປະມານ ແລະ ມອບໃຫ້ 04 ບໍລິສັດຂອງປະເທດຍີ່ປຸ່ນ ຮ່ວມກັບ ກົມເຕັກໂນໂລຊີດິຈິຕອນ ເປັນຜູ້ຈັດຕັ້ງປະຕິບັດ ຊຶ່ງໂຄງການດັ່ງກ່າວເປັນໂຄງການທໍາອິດຂອງ ສປປ ລາວ ທີ່ຂຶ້ນທະບຽນພາຍໃຕ້ໂຄງການ Joint Crediting Mechanism (JCM) ໂດຍມີຈຸດປະສົງເພື່ອເຮັດການສາທິດ ແລະ ທົດສອບການນໍາໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດ​ຜ່ອນ​ການປ່ອຍທາດ​ອາຍ​ກາກ​ໂບ​ນິກ (CO2) ເຂົ້າໃນການພັດທະນາສ້າງສູນຂໍ້ມູນທີ່ນໍາໃຊ້ພະລັງງານຢ່າງມີປະສິດຕິພາບ ຂອງ ສປປ ລາວ. ໂດຍພາຍຫຼັງສິ້ນສຸດໂຄງການແລ້ວ ທາງຝ່າຍຍີ່ປຸ່ນກໍໄດ້ມອບໂອນສູນດັ່ງກ່າວໃຫ້ຝ່າຍລາວ ສືບຕໍ່ຄຸ້ມຄອງບໍລິຫານຈັດການດ້ວຍຕົນເອງ. ດັ່ງນັ້ນ, ເພື່ອຮັບປະກັນເຮັດໃຫ້ພວກເຮົາສາມາດສືບຕໍ່ຄຸ້ມຄອງບໍລິຫານຈັດການ ແລະ ຜັນຂະຫຍາຍການນໍາໃຊ້ສູນຂໍ້ມູນດິຈິຕອນໃຫ້ກວ້າງຂວາງຂຶ້ນກວ່າເກົ່າໃນຂອບເຂດທົ່ວປະເທດ ພາຍໃຕ້ເງື່ອນໄຂທີ່ລັດຖະບານກໍມີຂໍ້ຈໍາກັດທາງດ້ານງົບປະມານລົງທຶນນັ້ນ, ໃນປີ 2020 ຄະນະພັກຄະນະນໍາກະຊວງ ຈຶ່ງໄດ້ເຫັນດີອະນຸມັດໃຫ້ສູນຂໍ້ມູນດິຈິຕອນ ເຊັນສັນຍາຮ່ວມມືດ້ານການຕະຫຼາດຮ່ວມກັບ ບໍລິສັດ GDMS ໂດຍມີໄລຍະເວລາການຮ່ວມມືໃນເບື້ອງຕົ້ນແມ່ນ 03 ປີ. ຜ່ານການຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານການຕະຫຼາດ ຮ່ວມກັບ ບໍລິສັດ GDMS ໃນໄລຍະ 03 ປີ ຜ່ານມານັ້ນ ເຫັນວ່າ ບັນດາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຂອງສູນຂໍ້ມູນດິຈິຕອນ ໄດ້ຮັບການປັບປຸງ, ບູລະນະ ແລະ ບໍາລຸງຮັກສາ ໃຫ້ຢູ່ໃນສະພາບສາມາດໃຊ້ງານໄດ້ຢ່າງເປັນປົກກະຕິ, ວຽກງານການໃຫ້ບໍລິການສູນຂໍ້ມູນ ກໍໄດ້ຮັບການຍົກລະດັບໃຫ້ສາມາດຮອງຮັບຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ ຊຶ່ງສາມາດຂົນຂວາຍໃຫ້ຫຼາຍຂະແໜງການທັງພາກລັດ ແລະ ເອກະຊົນ ມານໍາໃຊ້ສູນຂໍ້ມູນດິຈິຕອນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງມາເຖິງປັດຈຸບັນ ມີຜູ້ມານໍາໃຊ້ຫຼາຍກວ່າ 80 ພາກສ່ວນ ຊຶ່ງນໍາໃຊ້ຊັບພະຍາກອນຂອງພວກເຮົາໄປຫຼາຍກວ່າ 40% ຂອງຄວາມອາດສາມາດທັງໝົດ. ພ້ອມນັ້ນ, ພວກເຮົາຍັງໄດ້ສະໜອງພື້ນຖານໂຄງລ່າງລະບົບຄລາວໃຫ້ແກ່ໂຄງການຮ່ວມມືຕ່າງໆຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບາງຂະແໜງສໍາຄັນຂອງລັດ ໂດຍບໍ່ໄດ້ເສຍຄ່າບໍລິການ ຊຶ່ງຕົກເປັນມູນຄ່າຫຼາຍກວ່າ 3 ຕື້ກີບ. ນອກນັ້ນ, ທາງບໍລິສັດຍັງໄດ້ປະກອບສ່ວນໃນການຍົກລະດັບທາງດ້ານວິຊາການເຕັກນິກໃຫ້ແກ່ພະນັກງານຂອງສູນຂໍ້ມູນດິຈິຕອນ ເປັນແຕ່ລະໄລຍະ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 06 ຕຸລາ 2023 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 4 ຂອງ ກຕສ (ເຂດສຳນັກງານນາຍົກ), ຊຶ່ງຕາງໜ້າລົງນາມໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Alexis Delevaux ອຳນວຍການ ບໍລິສັດ ໂກໂບ້ດິຈິຕອນເມເນຈິເມັນ ໂຊລູເຊິນ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ/ທຽບເທົ່າ ພາຍໃນ ກຕສ ພ້ອມດ້ວຍບັນດາຜູ້ບໍລິຫານງານບໍລິສັດ GDMS ກໍໄດ້ເຂົ້າຮ່ວມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ