ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານໄປສະນີ

10/10/2023

ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງເຄື່ອນໄຫວຊຸກຍູ້ວຽກງານໄປສະນີ

ໃນຕອນເຊົ້າຂອງວັນທີ 09 ຕຸລາ 2023 ຊຶ່ງກົງກັບວັນໄປສະນີໂລກ ຄົບຮອບ 149 ປີ (9 ຕຸລາ 1874-9 ຕຸລາ 2023​), ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານຢູ່ກົມໄປສະນີ ໂດຍມີທ່ານຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນກົມໄປສະນີ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວນີ້, ທ່ານ ສຸລິຍາ ຄຳບູຣາວົງ ຄະນະພັກກະຊວງ, ຫົວໜ້າກົມໄປສະນີ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນໄລຍະ 09 ເດືອນຜ່ານມາ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງວຽກງານ ສ້າງ ແລະ ປັບປຸງນິຕິກໍາ, ວຽກງານນະໂຍບາຍ, ຄຸ້ມຄອງຫົວໜ່ວຍທຸລະກິດໄປສະນີ, ວຽກງານພັດທະນາ ຊຸກຍູ້ ສົ່ງເສີມ, ວຽກງານມາດຕະຖານ ແລະ ເຕັກໂນໂລຊີໄປສະນີ,  ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຫັນວຽກງານໄປສະນີເປັນດິຈິຕອນ ໂດຍສະເພາະແມ່ນ ການພັດທະນາລະຫັດໄປສະນີແຫ່ງຊາດເປັນທັນສະໄໝ.

ພາຍຫຼັງຮັບຟັງການລາຍງານ, ທ່ານຮອງລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ກົມໄປສະນີຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ຮັກສາມູນເຊື້ອອັນດີງາມຕໍ່ໄປເລື້ອຍໆ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມຢ່າງເປັນປົກກະຕິ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້າແຟ້ນກວ່າເກົ່າ ແລະ ສຸມໃສ່ການປະຕິບັດວຽກງານວິຊາສະເພາະ ແລະ ເລັ່ງປັບປຸງກົດໝາຍວ່າດ້ວຍການໄປສະນີ ແລະ ນິຕິກຳໃຕ້ກົດໝາຍ ເພື່ອໃຫ້ທັນກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ຮອງຮັບການຂະຫຍາຍທຸລະກິດໄປສະນີໃນອະນາຄົດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ