13/10/2023

ໂດຍອີງຕາມການເຊື້ອເຊີນຂອງ ທ່ານ ຫງ໋ວຽນ ແມ໋ງ ຮຸ່ງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ບັນດາຄະນະກົມ, ຫ້ອງການ, ສະຖາບັນ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ. ຫວຽດນາມ ໃນລະຫວ່າງວັນທີ 10-13 ຕຸລາ 2023, ຄະນະຜູ້ແທນໄດ້ໃຫ້ການຕ້ອນຮັບຢ່າງເພື່ອນມິດສະຫາຍເປັນກັນເອງ ແລະ ເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.
ຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມເຮັດວຽກກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ( ກຖສ ), ສສ. ຫວຽດນາມ ໃນຄັ້ງນີ້ ກໍເພື່ອສືບຕໍ່ເພີ່ມທະວີການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ( IICT ) ກຕສ ສປປ. ລາວ ແລະ ສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມມະນາຄົມ ( PTIT ) ກຖສ ສສ. ຫວຽດນາມ ເພື່ອປັບປຸງຫຼັກສູດ ແລະ ຊ່ວຍສ້າງບຸກຄະລາກອນຄູອາຈານ ໃນການຍົກລະດັບເປັນມະຫາວິທະຍາໄລ ໃນອະນາຄົດ; ສືບຕໍ່ຮ່ວມມື ລະຫວ່າງ ກົມຄວາມປອດໄພໄຊເບີ ກຕສ ສປປ. ລາວ ແລະ ອົງການຄວາມປອດໄພຂໍ້ມູນຂ່າວສານ ( AIS ) ກຖສ ສສ. ຫວຽດນາມ ໃນໄລຍະທີ 2 ແລະ ຕໍ່ໜ້າ, ພ້ອມນັ້ນ ກໍໄດ້ແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ຕອບໂຕ້ ບັນດາຫາງສຽງທີ່ບໍ່ດີ ໃນສື່ສັງຄົມອອນລາຍ; ແລະ ກໍເພື່ອກະກຽມຄວາມພ້ອມທີ່ ສປປ. ລາວ ຈະເປັນປະທານອາຊຽນໃນປີ 2024. ພ້ອມກັນນັ້ນ, ໃນການຢ້ຽມຢາມຄັ້ງນີ້ ຄະນະໄດ້ຢ້ຽມຢາມ ໂຮງງານຜະລິດອຸປະກອນເຕັກໂນໂລຊີ ຂອງບໍລິສັດ VNPT Technology ແລະ ຢ້ຽມຢາມ 2 ສູນຂໍ້ມູນແຫ່ງຊາດ: ສູນຂໍ້ມູນບໍລິການທົ່ວໄປ IDC ຂອງກຸ່ມບໍລິສັດ Viettel ແລະ ສູນຂໍ້ມູນພົນລະເມືອງແຫ່ງຊາດ ຂອງ ກະຊວງປ້ອງກັນຄວາມສະຫງົບ ສສ. ຫວຽດນາມ ເພື່ອແລກປ່ຽນບົດຮຽນໃນການສ້າງສູນຂໍ້ມູນແຫ່ງຊາດ ເພື່ອຮອງຮັບການຫັນເປັນດິຈິຕ໋ອນຂອງ ສປປ. ລາວ.
(ຮູບພາບ: ການປະດິດສ້າງຫຸ່ນຍົນທັນສະໄໝຂອງນັກສຶກສາ PTIT)
(ຮູບພາບ: ຫໍພິພິທະພັນທັນສະໄໝແບບ E-Museum)
ໃນກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ຫງ໋ວຽນ ແມ໋ງ ຮຸ່ງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ, ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ. ລາວ ພ້ອມດ້ວຍຄະນະ ໄດ້ສະຫຼຸບຕີລາຄາການຮ່ວມມືຂອງ 2 ກະຊວງໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືເຂົ້າສູ່ລວງເລິກໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ໄດ້ມີພິທີມອບຫຼຽນໄຊມິດຕະພາບ ໃຫ້ອົງການຄື້ນຄວາມຖີ່ວິທະຍຸສື່ສານ, ສສ. ຫວຽດນາມ ທີ່ມີຜົນງານດີເດັ່ນ ປະກອບສ່ວນພັດທະນາວຽກງານ ຄື້ນຄວາມຖີ່ວິທະຍຸສື່ສານ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານລາວ ຕະຫຼອດໄລຍະຜ່ານມາ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຄຸ້ມຄອງຄື້ນຄວາມຖີ່ ຄົບຮອບ 30 ປີ ( 08 ມິຖຸນາ 1993 - 08 ມິຖຸນາ 2023 ). ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ບົດຂ່າວ ແລະ ຮູບພາບ:
ຈັນທະຈັກ ຫຼວງລາດ