03/11/2023

ກອງປະຊຸມວິສາມັນຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນໃນວັນທີ 03 ພະຈິກ 2023, ທີີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ປະທານ ຄຊດລ, ມີທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຮອງປະທານ ຄຊດລ, ບັນດາທ່ານລັດຖະມົນຕີ ກຳມະການ ຄຊດລ ແລະ ຕາງໜ້າພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າຄະນະຊ່ວຍວຽກ ຄຊດລ, ໄດ້ລາຍງານສະພາບໂດຍລວມຂອງການຫັນເປັນດິຈິຕອນຂອງ ສປປ ລາວ ຕໍ່ກອງປະຊຸມ ຊຶ່ງໃນໄລຍະຜ່ານມາ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ມີຄວາມເອົາໃຈໃສ່ ວຽກງານການຫັນເປັນດິຈິຕອນໃນດ້ານຕ່າງໆ, ໂດຍສະເພາະ ໄດ້ມີຫຼາຍນິຕິກຳ ແລະ ການພັດທະນາທີ່ກ່ຽວຂ້ອງ ແລະ ຮອງຮັບ ບັນດາວຽກງານກ່ຽວກັບ ເຕັກໂນໂລຊີ, ໄອຊີທີ, ວິທະຍາສາດ,ການຄ້າ, ການຊຳລະ, ການທຸລະກຳ, ການປົກປ້ອງທາງເອເລັກໂຕຣນິກ ແລະ ຊັບພະຍາກອນໄອຊີທີ ຊຶ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດດິຈິຕອນ ຂອງປະເທດ. ພ້ອມທັງໄດ້ສືບຕໍ່ສະເໜີ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ສະບັບເລກທີ 301/ນຍ, ລົງວັນທີ 31 ຕຸລາ 2023, ແລະ ສະເໜີ ຂໍ້ຕົກລົງວ່າດ້ວຍການມອບຄວາມຮັບຜິດຊອບພາຍໃນ ຄຊດລ ສະບັບເລກທີ 002/ຄຊດລ,ດ ລົງວັນທີ 31 ຕຸລາ 2023.
ໃນໂອກາດນີ້ ພາກສ່ວນຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນປຶກສາຫາລື, ນຳສະເໜີ, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານການຫັນເປັນດິຈິຕອນຂອງຂະແໜງການຕົນ ທີ່ກຳລັງຂຸ້ນຂ້ຽວພັດທະນາ ແລະ ປັບປຸງ ລະບົບຕ່າງໆ, ເປັນຕົ້ນແມ່ນ ການສະເໜີຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບ ການທົດລອງການຫັນເປັນດິຈິຕອນຂອງແຮ່ຫາຍາກ, ການສ້າງສູນຂໍ້ມູນ ແຫ່ງຊາດ, ການພັດທະນາລະບົບສູນກາງແລກປ່ຽນຂໍ້ມູນພາກແຫ່ງຊາດ ແລະ ລະບົບການຢັ້ງຢືນຕົວຕົນດິຈິຕອນ; ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະເໜີກ່ຽວກັບ ການຄຸ້ມຄອງການຄ້າອອນລາຍ ແລະ ລາຍງານກ່ຽວກັບ ASEAN DEFA; ກະຊວງການເງິນ ສະເໜີກ່ຽວກັບ ການປັບປຸງລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ໃຫ້ເປັນດິຈິຕອນ; ທະນາຄານ ແຫ່ງ ສປປ ລາວ ສະເໜີກ່ຽວກັບ ການພັດທະນາລະບົບຄຸ້ມຄອງ ແລະ ຕິດຕາມກະແສການຊຳລະກັບຕ່າງປະເທດ; ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະເໜີກ່ຽວກັບ ການສ້າງຖານຂໍ້ມູນທີ່ດິນ.
ໃນຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳຂອງ ທ່ານປະທານກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ ຄຊດລ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະແມ່ນເລັ່ງ ໃຫ້ແຕ່ລະກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງຄະນະຫັນເປັນດິຈິຕອນ ປະຈໍາພາກສ່ວນຕົນ. ພ້ອມນັ້ນ, ກໍໄດ້ມອບໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລັ່ງຮ່າງດໍາລັດການຫັນເປັນດິຈິຕອນ ແລະ ຄໍາແນະນໍາການຫັນເປັນດິຈິຕອນ, ພ້ອມທັງຊ່ວຍສູນກາງ ແລະ ແຂວງ ໃນການຫັນເປັນດິຈິຕອນ, ອອກຕົວຊີ້ວັດ ແລະ ປະເມີນການຫັນເປັນດິຈິຕອນ ປະຈໍາປີ ໃນທົ່ວປະເທດ. ທ່ານ ຍັງໄດ້ ຮັບຮອງ ແລະ ມອບໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ເຊັນສັນຍາ ແລະ ຈັດຕັ້ງປະຕິບັດ ໂຄງການທົດລອງການຫັນເປັນດິຈິຕອນຂອງແຮ່ຫາຍາກ ແລະ ການສ້າງສູນຂໍ້ມູນ ແຫ່ງຊາດ; ມອບໃຫ້ ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ຄົ້ນຄວ້າງົບປະມານ ທີ່ຕິດພັນກັບວຽກງານການຫັນເປັນດິຈິຕອນ ຂອງແຕ່ລະຂະແໜງການ. ການລົງທຶນໃສ່ວຽກງານດັ່ງກ່າວ ແມ່ນໃຫ້ມີການລວມສູນ, ໄປໃນທິດທາງດຽວກັນ, ສາມາດເຊື່ອມໂຍງ, ນໍາໃຊ້ຮ່ວມກັນໄດ້, ຫຼີກເວັ້ນການລົງທຶນຊໍ້າຊ້ອນ, ທຸກແຜນງານ, ໂຄງການ ຕ້ອງໄດ້ຜ່ານການປະເມີນ ແລະ ເຫັນດີຈາກຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ. ເອົາໃຈໃສ່ຄົ້ນຄວ້າໃນການເພີ່ມເພດານການລົງທຶນ ແລະ ເພດານງົບປະມານໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນໃຈກາງໃນການຊຸກຍູ້ການຫັນເປັນດິຈິຕອນ ແລະ ສະໜອງພື້ນຖານໂຄງລ່າງທີ່ຈໍາເປັນ ເປັນຕົ້ນ ສູນຂໍ້ມູນ ແຫ່ງຊາດ, ໂຄງຂ່າຍພາກລັດ, ລະບົບຫ້ອງການທັນສະໄໝ ໃຫ້ແຕ່ລະພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ, ເລັ່ງສະເໜີ ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດິຈິຕອນ; ມອບໃຫ້ແຕ່ລະກະຊວງ ເລັ່ງສ້າງ, ປັບປຸງ ແລະ ຂະຫຍາຍ ລະບົບຖານຂໍ້ມູນ ຂອງ ແຕ່ລະຂະແໜງການ, ເອົາໃຈໃສ່ ຮັບປະກັນ ເຮັດໃຫ້ບັນດາລະບົບຖານຂໍ້ມູນດັ່ງກ່າວນັ້ນ ສາມາດເຊື່ອມໂຍງ ແລກປ່ຽນຂໍ້ມູນກັນໄດ້, ເລັ່ງສ້າງບົບຖານຂໍ້ມູນບັດປະຈຳຕົວແບບເອເລັກໂຕຣນິກ (e-ID), ເລັ່ງປັບປຸງ ແລະ ຂະຫຍາຍ ລະບົບຖາມຂໍ້ມູນການເງິນ (ລະບົບສ່ວຍສາອາກອນ, ລະບົບພາສີ, ລະບົບຄັງເງິນ) ແລະ ເຊື່ອມຕໍ່ກັບລະບົບຖານຂໍ້ມູນທີ່ດິນ, ຖານຂໍ້ມູນພາຫະນະ, ຖານຂໍ້ມູນແຮງງານ ເພື່ອໃຫ້ມີການເກັບຄ່າທຳນຽມ, ຄ່າບໍລິການ ແລະ ອາກອນ, ພາສີ ໄດ້ຢ່າງຖືກຕ້ອງ ຕົບຖ້ວນ, ເລັ່ງປັບປຸງຂະຫຍາຍ ແລະ ເຊື່ອມຕໍ່ ຖານຂໍ້ມູນການຄ້າ, ຖານຂໍ້ມູນພາສີ ແລະ ຖານຂໍ້ມູນທະນາຄານ ເພື່ອໃຫ້ຕົວເລກການສົ່ງອອກສິນຄ້າ ແລະ ໂຕເລກການຊຳລະ ກັບຄືນປະເທດ ຜ່ານລະບົບທະນາຄານ ເພື່ອຂຶ້ນເກີນ 40%. ພ້ອມນັ້ນ, ຕ້ອງໄດ້ເອົາໃຈໃສ່ໃນການສ້າງລະບົບຖານຂໍ້ມູນ ຢູ່ແຕ່ລະຂະແໜງການ ແລະ ການເຊື່ອມໂຍງບັນດາລະບົບຖານຂໍ້ມູນເຂົ້າຫາກັນ, ພ້ອມທັງໃຫ້ຄົ້ນຄວ້າ ຊອກຫາແຫຼ່ງທຶນ, ແຫຼ່ງງົບປະມານ, ການຊ່ວຍເຫຼືອ ຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ, ການຮ່ວມມືແບບ PPP ກັບພາກເອກະສາຊົນພາຍໃນປະເທດ, ເພື່ອປະກອບງົບປະມານ ເຂົ້າໃສ່ໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳ ແລະ ໂຄງການ ທີ່ເປັນບູລິມະສິດ. ໃຫ້ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານ ການຈັດຕັ້ງປະຕິບັດ ບັນດາໂຄງການ ໃຫ້ມີຄວາມປະຢັດ, ມີປະສິດທິພາບ ປະສິດທິຜົນ ແລະ ຫຼີກລ້ຽງການລົງທຶນຊ້ຳຊ້ອນ. ຄຽງຄູ່ກັບການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ ທີ່ຈະສ້າງຜົນປະໂຫຍດມະຫາສານໃຫ້ປະເທດເຮົາແລ້ວ, ຕ້ອງໄດ້ເອົາໃຈໃສ່ ບັນຫາຄວາມປອດໄພທາງໄຊເບີ, ອາຊະຍາກຳທາງອອນລາຍ, ການໂຈລະກຳ-ການຮົ່ວໄຫຼຂອງຂໍ້ມູນລັບ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທາງທີ່ບໍ່ຖືກຕ້ອງ, ບໍ່ສ້າງສັນ, ບັນຫາຂ່າວປອມ, ບັນຫາຂ່າວອະກຸສົນ, ບັນຫາຫາງສຽງບໍ່ດີຜ່ານສື່ສັງຄົມອອນລາຍ ທີ່ມີຜົນກະທົບຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງທາງການເມືອງ, ຄວາມໝັ້ນຄົງຂອງຊາດ. ຊຶ່ງບັນດາວຽກງານທັງຫມົດ ແມ່ນວຽກທີ່ຕ້ອງການເຕັກນິກລະດັບສູງ ແລະ ມີການພັດທະນາໄວ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງບຳລຸງພະນັກງານວິຊາການ, ເລັ່ງສ້າງນັກຮຽນ ນັກສຶກສາ ໃນພາກວິຊາເຕັກໂນໂລຊີດິຈິຕອນ ແລະ ສ້າງແຮງງານທີ່ມີທັກສະທາງດ້ານດິຈິຕອນ ໂດຍໄວ.